ອະນຸລັກ ປົກປັກຮັກສາ ອຸທິຍານຍານແຫ່ງຊາດ ຫີນໜາມໜໍ່ ເຂດມໍລະດົກໂລກທາງທຳມະຊາດໃຫ້ມີຄວາມຍືນຍົງ

ໂດຍ: ຜາຕຸງ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ຖືກຮັບຮອງເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ຢ່າງເປັນທາງການ ວັນທີ 13 ກໍລະກົດ 2025 ຢູ່ນະຄອນຫຼວງ ປາຣີ ປະເທດຝຣັ່ງ ໂດຍ ອົງການສຶກສາ ວິທະຍາສາດ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO, ກາຍເປັນແຫຼ່ງມໍລະດົກໂລກແຫ່ງ ທີ 4 ແລະ ເປັນແຫຼ່ງມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ທີ່ເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ. ຫວຽດນາມ.

ອຸທິຍານແຫ່ງຊາດ ຫີນໜາມໜໍ່ເປັນໜຶ່ງໃນສະຖານ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີ ຕາເວັນອອກສຽງໃຕ້,ຄວາມຫຼາກຫຼາຍຂອງຊີວະນານາພັນ ແລະ ເປັນບ່ອນເພິ່ງພາອາໄສໃຫ້ສັດຈໍານວນຫຼວງ ຫຼາຍ ພ້ອມທັງມີຫຼາຍຊະນິດພັນທີ່ບໍ່ມີການຄົ້ນພົບອີກແລ້ວໃນທົ່ວໂລກ, ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້, ສັດເລືອຄານ ແລະ ພືດແປກຕາຫາຍາກ ເຊິ່ງເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນຊັບສົມບັດທາງທໍາມະຊາດທີ່ສົມຄວນຕ້ອງໄດ້ ອະນຸລັກ ປົກປັກຮັກສາໃຫ້ຍືນຍົງຕໍ່ໄປ.

ທ່ານລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມເວົ້າວ່າ: ໃນນາມເປັນຂະແໜງການຮັບຜິດຊອບວຽກງານຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ຈະຮ່ວມກັບທ້ອງຖິ່ນສຸມໃສ່ຄົ້ນຄວ້າປັບປຸງການຈັດຕັ້ງ ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມເຂັ້ມແຂງປະ ສານສົມທົບກັບການສ້າງແຜນງານ ໂຄງການຮ່ວມກັບ ສສ ຫວຽດນາມ ພ້ອມທັງສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຂົນຂວາຍຊອກຫາແຫ່ງທຶນສະໜັບສະໜູນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆຕາມຂອບ ແຜນດຳເນີນງານ.

ທ່ານຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກ  ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ ຂອງຫວຽດນາມກອງປະຊຸມ ສຳມະນາ ວິທະຍາສາດສາກົນ ສອງຊາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການພັດທະນາ ເສດຖະກິດ ມໍລະດົກ ບົດຮຽນຈາກລາວ ແລະ ຫວຽດນາມ” ທີ່ຈັດຂຶ້ນໃນທ້າຍເດືອນກໍລະກົດຜ່ານມາ ທີ່ແຂວງ ດິ່ງບິ່ງຂອງຫວຽດນາມວ່າ: ເສດຖະກິດມໍລະດົກແມ່ນເສດຖະກິດສະເພາະ ຖ້າເຮົາຮູ້ຈັກໝູນໃຊ້ຄຸນຄ່າຂອງມໍລະດົກເປັນຄຸນຄ່າຂອງຊັບພະຍາກອນພວກເຮົາຈະສາມາດສ້າງຜົນປະໂຫຍດທາງເສດຖະກິດໄປຄຽງຄູ່ກັບການປົກປັກຮັກສາ ແລະ ເຜີຍແຜ່ຄຸນຄ່າໄດ້ຢ່າງຍືນຍົງ ຜ່ານມາ ສອງພັກ ສອງລັດ ໄດ້ອອກແນວທາງນະໂຍບາຍຫຼາຍຢ່າງເພື່ອພັດທະນາເສດຖະ ກິດມໍລະດົກ ໃນນັ້ນມີການຊຸກຍູ້ອຸດສາຫະກຳ ວັດທະນະທຳ ການພັດທະນາການທ່ອງທ່ຽວແບບຍືຍຍົງການປົປັກຮັກສາສິ່ງແວດລ້ອມ ແລະ ການຂຸດຄົ້ນ ຊັບພະຍາກອນຢ່າງສົມເຫດສົມຜົນ.

ຍາມໃດພັກ ແລະ ລັດຖະບານກໍມີຄວາມເປັນຫ່ວງເປັນໃຍເອົາໃຈໃສ່ວຽກງານປົກປັກຮັກສາຕໍ່ວຽກງານປົກປັກຮັກສາຊັບພະຍາກອນທຳມະຊາດເປັນເງື່ອນໄຂແລະທ່າແຮງອັນພື້ນຖານໃນການພັດທະນາແລະ ສ້າງສາປະເທດຊາດ ວຽກງາານອະນຸລັກ ແລະ ປົກປັກຮັກສາ ອຸທິດຍານແຫ່ງຊາດ ພູຫີນໜາມໜໍ່ ເຂດມໍລະດົກໂລກທາງທຳມະຊາດ ສ້າງແຜນງານຮ່ວມ ສສ ຫວຽດນາມ ຊຶ່ງວຽກງານນີ້ທຸກພາກສ່ວນຕ້ອງຍົກສູງຄວາມເປັນເຈົ້າການໃນການຄຸ້ມຄອງ ປົກປັກຮັກສາປ່າໄມ້ ທີ່ດິນປ່າໄມ້ ແລະຊັບພະຍາກອນທາງທຳມະຊາດໃຫ້ມີຄວາມຍືນຍົງ ບັນລຸໄດ້ຕາມຍຸດທະສາດເປົ້າໝາຍການເຕີບໂຕສີຂຽວແຫ່ງຊາດ ແລະຍຸດທະສາດແຫ່ງຊາດ ຮອດປີ 2035 ລວມທັງວິໄສທັດຮອດປີ 2050 ປົກປັກຮັກສາທີ່ດິນປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ປ່າໄມ້ທົ່ວປະເທດ.