ປກສ ເມືອງນາໝໍ້ ລົງກວດຮ້ານທີ່ແອບແຝງມີສາວບໍລິການ ແລະ ກັກຕົວໄດ້ 73 ຄົນ

ປກສ ແຂວງອຸດົມໄຊ ລາຍງານວັນທີ 4 ສິງຫາ 2025 ວ່າ: ໃນວັນທີ 30 ກໍລະກົດຜ່ານມານີ້, ກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ລົງເຄື່ອນໄຫວ ແກ້ໄຂສະພາບ ໂດຍສຸມໃສ່ຕິດຕາມກວດກາພື້ນທີ່ຈຸດຫລໍ່ແຫລມ, ການເຂົ້າ-ອອກຂອງພົນລະເມືອງທີ່ບໍ່ຖືກຕ້ອງ, ແກ້ໄຂສະພາບການສັນຈອນຂອງຍານພາຫະນະຕາມທ້ອງຖະໜົນ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ການບໍລິການຮ້ານກິນດື່ມທີ່ຝ່າຝືນກໍານົດເວລາ, ບັນຫາໂສເພນີ ແລະ ປະກົດການຫຍໍ້ທໍ້ອື່ນໆ ດ້ວຍມາດຕະການທີ່ເຂັ້ມງວດ ເພື່ອແນໃສ່ເຮັດໃຫ້ພາຍໃນເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.

ຜ່ານການລົງປະຕິບັດຕົວຈິງສາມາດກັກເປົ້າໝາຍທີ່ລະເມີດໄດ້ຫລາຍກໍລະນີ, ໃນນີ້ ກັກລົດດັດແປງສະພາບເຕັກນິກໄດ້ 1 ຄັນ, ນໍ້າກະທ່ອມ 2 ຕຸກ, ເສບຢາສູບໄຟຟ້າ 5 ຄົນ, ກວດກາພົບເຫັນເຄື່ອງ ສັກລາຍ 1 ຊຸດ ແລະ ໄດ້ລົງເຄື່ອນໄຫວກວດກາບັນດາຫ້າງຮ້ານທີ່ແອບແຝງມີສາວບໍລິການໂສເພນີ ຈໍານວນ 20 ຮ້ານ, ມີສາວບໍລິການ 73 ຄົນ ນຳມາສຶກສາອົບຮົມ.
ທີ່ມາ: ປກສ ແຂວງອຸດົມໄຊ
