ຟານ ໄດ ກອງຫລັງແພງທີ່ສຸດໃນໂລກ ຫລັງຍ້າຍຮ່ວມ ລີເວີພູລ

ເຟີກິລ ຟານ ໄດ ກອງຫລັງຕົວເກັ່ງຂອງເຊົາແຮມຕັນ ເຊັນສັນຍາຍ້າຍມາຫລິ້ນໃຫ້ກັບ ລີເວີພູລ ເປັນທີ່ຮຽບຮ້ອຍແລ້ວ ດ້ວຍຄ່າຕົວ 75 ລ້ານປອນ ເຊິ່ງເປັນສະຖິຕິກອງຫລັງໄດ້ຮັບຄ່າຕົວແພງທີ່ສຸດໃນໂລກທັນທີ.
ເຊິ່ງການຍ້າຍທີມຈະສຳເລັດສົມບູນໃນວັນທີ 1 ມັງກອນ 2018 ເຊິ່ງເປັນວັນເປີດຕະຫລາດຊື້-ຂາຍນັກເຕະໃນໜ້າໜາວວັນທຳອິດ ເຊິ່ງ ຟານ ໄດ ຈະໃສ່ເສື້ອໝາຍເລກ 4 ໃຫ້ກັບ ລີເວີພູລ ໂດຍຄາດວ່າຈະລົງສະໜາມນັດທຳອິດໃນລາຍການ ເອັຟເອ ຄັບ ຮອບ 3 ທີ່ຈະພົບກັບ ເອັຟເວີຕັນ ໃນວັນທີ 5 ມັງກອນ 2018.
ລີເວີພູລ ຖະແຫລງການຜ່ານເວັບໄຊທາງການຂອງສະໂມສອນວ່າ: ສະໂມສອນ ລີເວີພູລ ຂໍຢືນຢັນວ່າໄດ້ບັນລຸຂໍ້ຕົກລົງກັບ ເຊົາແຮມຕັນ ເລື່ອງການຍ້າຍທີມຂອງ ຟານ ໄດ ຮຽບຮ້ອຍແລ້ວ ແລະ ຈະໄດ້ພົບກັບ ຟານ ໄດ ເມື່ອຕະຫລາດຊື້-ຂາຍນັກເຕະກັບມາເປີດອີກຄັ້ງໃນວັນທີ 1 ມັງກອນ 2018.

