ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເມືອງສະໜາມໄຊ ແຂວງອັດຕະປື ຝຶກຊ້ອມອົບພະຍົບສຸກເສີນໃຫ້ບ້ານເຂດລຸ່ມເຂື່ອນ

ຂ່າວສານອອນລາຍ ແຂວງອັດຕະປື ລາຍງານວ່າ: ວັນທີ 1 ສິງຫາ 2025 ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໄດ້ຈັດຝຶກຊ້ອມອົບພະຍົບສຸກເສີນໃຫ້ບ້ານເຂດລຸ່ມເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ. ໂດຍການເຂົ້າຮ່ວມຂອງ ທ່ານ ລືໄຊ ວຽງພະຈັນ ຮອງປະທານ ປົກຄອງເມືອງສະໜາມໄຊ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມີຕາງໜ້າຈາກພະແນກ ຮສສ ແຂວງ, ມີບັນດາຄະນະໄພພິບັດຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຝຶກຊ້ອມອົບພະຍົບສຸກເສີນຄັ້ງນີ້:
– ເພື່ອວາງແຜນຮັບມືສຸກເສີນຢ່າງເປັນລະບຽບຮຽບຮ້ອຍໃຫ້ແກ່ຜູ້ໄດ້ຜົນກະທົບທັງໝົດ.
– ເພື່ອຝຶກອົບຮົມໂຕຈິງ ໃຫ້ແກ່ທີມງານສຸກເສີນ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ໜ້າທີ່ ຮັບຜິດຊອບຕ່າງໆ
– ເພື່ອຕອບສະໜອງການອົບພະຍົບທີ່ວ່ອງໄວ, ທັນການ ແລະ ການແຈ້ງການທີ່ທັນຕໍ່ສະຖານະ ການສຸກເສີນ
– ເພື່ອທົດສອບການປະສິດທິພາບຂອງການຈັດຕັ້ງປະຕິບັດ ການອົບພະຍົບ ແລະ ອຸປະກອນສຸກ ເສີນຕ່າງໆ
– ເພື່ອໃຫ້ບັນຂັ້ນແຂວງ, ຂັ້ນເມືອງ,ກຳລັງ ປກຊ-ປກສ, ຂະແໜງການທີ່ກ່ຽວຂ້ອງແລະອໍານາດການປົກຄອງຂັ້ນບ້ານໄດ້ຮູ້ຈັກການຮັບມືອົບພະຍົບກໍລະນີສຸກເສີນ
– ເພື່ອຮັບປະກັນວ່າ ພະນັກງານໂຄງການ, ຂະແໜງການທີ່ກ່ຽວຂ້ອງຂອງລັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນທຸກຄົນຮູ້ວ່າຈະເຮັດແນວໃດ, ໃນກໍລະນີມີເຫດສຸກເສີນຈາກເຂື່ອນໃດໜຶ່ງ ຂອງໂຄງການເຊັ່ນ: ບ້ານທີ່ຈະຖືກອົບພະຍົບ, ເສັ້ນທາງອົບພະຍົບ, ຈຸດເຕົ້າໂຮມທີ່ປອດໄພ ແລະ ຂົວ-ເສັ້ນທາງຕ່າງໆ ທີ່ຈຳເປັນຕ້ອງຖືກປິດເພື່ອຮັບປະກັນແຜນອົບພະຍົບໃຫ້ວ່ອງໄວ, ທັນການ ແລະ ການແຈ້ງການໃຫ້ທັນຕໍ່ສະຖານະການສຸກເສີນ
– ເພື່ອຫລີກລ້ຽງການສູນເສຍກໍລະນີເກີດໄພນໍ້າຖ້ວມຈາກເຂື່ອນແຕກ, ການປ່ອຍນໍ້າປະລິມານຫລາຍ ຫລື ນໍ້າລົ້ນຈາກເຂື່ອນ.

ທີ່ມາ: ຂ່າວສານອອນລາຍ ແຂວງອັດຕະປື

