ຄຳມ່ວນເຕືອນ! ເຝົ້າລະວັງລະດັບນໍ້າເຊບັ້ງໄຟ, ນໍ້າປະກັນ ຜ່ານເມືອງຫີນບູນ, ເຊບັ້ງໄຟ ແລະ ໜອງບົກ ຢູ່ລະດັບອັນຕະລາຍ

ພະແນກກະສິກຳ ແລະ ສ່ອງແວດລ້ອມ ແຂວງຄຳມ່ວນລາຍງານວ່າ: ວັນທີ 2 ສິງຫາ 2025 ເຊິ່ງຫຼາຍເຂດປະລິມານນໍ້າຝົນຍັງສູງເຊັ່ນ ເມືອງຄູນຄຳ 80.9 ມມ, ເມືອງຫີນບູນ 20.5ມມ, ເມືອງໄຊບົວທອງ 21.7ມມ, ເມືອງໜອງບົກ 11.2ມມ ເຊິ່ງເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນກາຍເຂດເຕືອນໄພ ເຊັ່ນ: ບ້ານທ່າແຄນ, ຂົວນໍ້າປະກັນ ເມືອງຫີນບຸນ; ຂົວເຊ ເມືອງເຊບັ້ງໄຟ; ບ້ານສອກເບາະ ເມືອງໜອງບົກ ແລະ ໄດ້ໄຫຼເຂົ້າຖ້ວມເນື້ອທີ່ທໍາການຜະລິດ, ວັດວາອາຣາມ, ເຮືອນຊານ ຂອງພໍ່ແມ່ປະຊາຊົນ ເປັນບໍລິເວນກວ້າງໃນຫຼາຍບ້ານ.
ພ້ອມເຕືອນປະຊາຊົນຍົກຍ້າຍວັດຖຸສິ່ງຂອງທີ່ຈໍາເປັນ ລວມເຖິງ ຄົນ ແລະ ສັດລ້ຽງ ໄປຢູ່ບ່ອນທີ່ປອດໄພ ພ້ອມທັງຕິດຕາມການລາຍງານ ລະດັບນໍ້າຈາກຂະແໜງກ່ຽວຂ້ອງໃນແຕ່ລະວັນ ຢ່າງຕໍ່ເນື່ອງ ເພື່ອກະກຽມຄວາມພ້ອມຮັບມືໃນຕໍ່ໜ້າ.

