ນາຍົກລາວ-ມາເລເຊຍ ປຶກສາຫາລືທາງໄກ ກ່ຽວກັບຜົນເຈລະຈາໄທ-ກຳປູເຈຍ ແລະ ການຮ່ວມມື 2 ຝ່າຍລາວ-ມາເລເຊຍ

ວັນທີ 1 ສິງຫາ 2025 ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ປະທານອາຊຽນ ປີ 2025, ເພື່ອປຶກສາຫາລື ກ່ຽວກັບ ສະພາບການໃນພາກພື້ນ ແລະ ການຮ່ວມມື 2 ຝ່າຍລະຫວ່າງ ລາວ-ມາເລເຊຍ.

ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໄດ້ແຈ້ງຈຸດປະສົງຂອງການໂອ້ລົມທາງໂທລະສັບດັ່ງກ່າວ ແມ່ນເພື່ອແລກປ່ຽນຂໍ້ມູນ ແລະ ແຈ້ງກ່ຽວກັບຜົນຂອງການພົບປະປຶກສາຫາລືລະຫວ່າງກຳປູເຈຍ ແລະ ໄທ ເພື່ອແກ້ໄຂສະພາບການທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ໃນກອງປະຊຸມສະໄໝພິເສດໂດຍມີມາເລເຊຍໃນນາມປະທານອາຊຽນ ປີ 2025 ເປັນຜູ້ລິເລີ່ມ ແລະ ອໍານວຍຄວາມສະດວກໃນການຈັດກອງປະຊຸມດັ່ງກ່າວ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ຜ່ານມາ ທີ່ ປູຕາຈາຢາ ມາເລເຊຍ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ທີ່ທ່ານນາຍົກລັດຖະມົນຕີ ແຫ່ງມາເລເຊຍ ໄດ້ມີຂໍ້ລິເລີ່ມທີ່ສ້າງສັນ ໃນນາມປະທານອາຊຽນ ເພື່ອອຳນວຍຄວາມສະດວກໃຫ້ທັງສອງຝ່າຍ ກຳປູເຈຍ ແລະ ໄທ ໄດ້ປຶກສາຫາລືກັນ ເພື່ອຊອກຫາການແກ້ໄຂບັນຫາຮ່ວມກັນດ້ວຍສັນຕິວິທີ, ໂດຍຜ່ານການເຈລະຈາ ແລະ ການທູດ. ສປປ ລາວ, ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ, ແລະ ຫວັງວ່າ ທັງສອງຝ່າຍ ຈະເພີ່ມທະວີຄວາມອົດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ເຈລະຈາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍສັນຕິວິທີ ໂດຍຜ່ານກົນໄກທີ່ເໝາະສົມເພື່ອສັນຕິພາບທີ່ຍາວນານ ແລະ ໝັ້ນຄົງຂອງທັງສອງປະເທດ ກໍຄືຂອງພາກພື້ນອາຊຽນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ການຮ່ວມມືທາງດ້ານການຄ້າ ແລະ ນະໂຍບາຍດ້ານພາສີ ຕໍ່ບັນດາປະເທດຕ່າງໆ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບ ສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄືເພື່ອພາລະກິດລວມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.