ສຶກສາອົບຮົມ ປະຊາຊົນ 59 ຄອບຄົວ ບຸກລຸກປ່າໄມ້ ແລະ ທີ່ດິນເຂດປ່າສະຫງວນແຫ່ງຊາດພູຊ້າງແຫ່

ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ລາຍງານວັນທີ 1 ສິງຫາ 2025 ນີ້ວ່າ: ໃນເດືອນມິຖຸນາຜ່ານມານີ້, ເມືອງວິລະບູລີ ໄດ້ດຳເນີນການສຶກສາອົບຮົມ ປະຊາຊົນ ຜູ້ລະເມີດບຸກລຸກປ່າໄມ້ ແລະ ທີ່ດິນປ່າໄມ້ໃນພື້ນທີ່ຂອບເຂດປ່າສະຫງວນແຫ່ງຊາດພູຊ້າງແຫ່ ຈໍານວນ 59 ຄອບຄົວ ໃນເນື້ອທີ່ບຸກລຸກ 81 ເຮັກຕາ. ໂດຍການເຂົ້າຮ່ວມຂອງທ່ານ ວາລິຍະ ສີຈັນທອງທິບ ກຳມະການພັກແຂວງ ເລຂາບໍລິຫານງານພັກເມືອງ, ທ່ານບຸນຊູ ດໍາມະສອນ ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສຶກສາອົບຮົມຜູ້ລະເມີດບຸກລຸກປ່າໄມ້ເຂດປ່າສະຫງວນແຫ່ງຊາດພູຊ້າງແຫ່ ເພື່ອເຮັດໃຫ້ ພໍ່ແມ່ປະຊາຊົນໄດ້ເຊື່ອມຊຶມກໍາແໜ້ນຕໍ່ເເນວທາງນະໂຍບາຍຂອງພັກ, ປະຕິບັດລະບຽບກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ, ສ້າງເສດຖະກິດພາຍໃນຄອບຄົວໃຫ້ກຸ້ມກິນ ໂດຍການຫັນປ່ຽນອາຊີບຄອງເດີມຈາກການຖາງປ່າເຮັດໄຮ່ເເບບເລື່ອນລອຍຫັນລົງມາເຮັດນາ ແລະ ປູກຝັງ-ລ້ຽງສັດໃຫ່ຍ ຜະລິດຫລາຍໃຫ້ກາຍເປັນສິນຄ້າ ໂດຍການນໍາໃຊ້ເຕັກນິກວິທະຍາສາດທີທັນສະໄໝຕາມເງື່ອນໄຂທ່າແຮງທີ່ມີຢູ່, ຫລີກລ້ຽງການຈັບຈອງດິນໂດຍບໍ່ຖືກຕ້ອງ ແລະ ການບຸກລຸກເນື້ອທີ່ປ່າໄມ້.

ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ