ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ

ໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 30 ກໍລະກົດ 2025, ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໂດຍການກ່າວຮັບຂອງ ພົນເອກ ວິໄລ ຫລ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ພາຫະນະຈຳນວນດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ຊ່ວຍເຫລືອວຽກງານປ້ອງກັນຄວາມສະຫງົບລາວ ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະພາບການ, ທັງຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານແບບພິເສດລະຫວ່າງສອງພັກ-ລັດ ກໍຄືສອງກຳລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນຍິ່ງໆຂຶ້ນ.
ທີ່ມາ: ໜັງສືພິມຄວາມສະຫງົບ

