ປະກາດການສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ມີຖານະເທົ່າກັບຄະນະພັກກະຊວງ-ອົງການ

ໜັງສືພິມປະຊາຊົນລາຍງານວ່າ: ວັນທີ 31 ກໍລະກົດ 2025 ນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະກາດການສ້າງຕັ້ງອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກ ອົງການກາແດງແຫ່ງຊາດລາວ ໃຫ້ກຽດເປັນປະທານໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມ, ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າ ຫສນຍ, ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ ຫສນຍ ປະທານອົງການກາແດງແຫ່ງຊາດລາວ; ພ້ອມດ້ວຍບັນດາສະຫາຍຜູ້ຕາງໜ້າຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ກະຊວງ-ອົງການ, ພະນັກງານຫຼັກແຫຼ່ງ ຈາກ ຫສນຍ ແລະ ອົງການກາແດງແຫ່ງຊາດລາວເຂົ້າຮ່ວມ.

ຄະນະເລຂາທິການສູນກາງພັກຕົກລົງ ຍົກຖານະຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ້າງຕັ້ງເປັນອົງຄະນະພັກອົງການກາແດງແຫ່ງຊາດລາວ, ມີຖານະເທົ່າກັບຄະນະພັກກະຊວງ-ອົງການ ຂຶ້ນກັບຄະນະເລຂາທິການສູນກາງພັກຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 629/ຄລສພ, ລົງວັນທີ 11 ກໍລະກົດ 2025 ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 651/ຄລສພ, ລົງວັນທີ 21 ກໍລະກົດ 2025 ຊຶ່ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ປະກອບດ້ວຍບັນດາສະຫາຍ ຄື:

1. ສະຫາຍ ຄໍາລາວັນ ຈັນທະລາວັນ ເປັນເລຂາຄະນະບໍລິຫານງານພັກ,

2. ສະຫາຍ ຈັນທະລາ ສຸກສາຄອນ ເປັນຮອງເລຂາຄະນະບໍລິຫານງານພັກ,

3. ສະຫາຍ ຮອງຈັນ ຈັນທະວົງ ເປັນຄະນະບໍລິຫານງານພັກ,

4. ສະຫາຍ ເຂັມເພັດ ສີວໍຣະວົງສ໌ ເປັນຄະນະບໍລິຫານງານພັກ,

5. ສະຫາຍ ນາງ ໄອ່ຄໍາ ສໍອິນໄຊ ເປັນຄະນະບໍລິຫານງານພັກ.

ສະຫາຍ ກິແກ້ວ ໄຂຄຳພິທູນ ເນັ້ນໜັກວ່າ: ໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ-ພະນັກງານລັດຖະກອນ ອົງການກາແດງແຫ່ງຊາດລາວ ເອົາໃຈໃສ່ບາງດ້ານເປັນຕົ້ນ ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ການປັບປຸງກົງຈັກການຈັດຕັ້ງພັກໃນຄັ້ງນີ້; ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງ ຕາມທິດທີ່ກຳນົດໄວ້, ບັນດາໜ້າວຽກ, ກຸ່ມວຽກ ຕ້ອງໄດ້ຮັບການສັບຊ້ອນເຂົ້າກັນ ໃຫ້ເປັນລະບົບ ແລະ ສາມາດເຄື່ອນໄຫວວຽກງານ ມີຄວາມຕໍ່ເນື່ອງ, ຕ້ອງສ້າງໃຫ້ກົງຈັກ ທີ່ມີຄວາມບໍລິສຸດຜຸດຜ່ອງ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ, ໃຫ້ພ້ອມກັນຮີບຮ້ອນກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂອງຕົນໃຫ້ທັນ ແລະ ສຳເລັດຕາມກຳນົດເວລາ ໂດຍສະເພາະການກະກຽມເນື້ອໃນ, ການສ້າງຂະບວນການດ້ານຕ່າງໆ, ການດຳເນີນຊີວິດການເມືອງ, ການກະກຽມບຸກຄະລາກອນ ຮັບສະໝັກເຂົ້າໃນຄະນະບໍລິ ຫານງານພັກ, ການກະກຽມຜູ້ແທນເຂົ້າຮ່ວມກອງປະຊຸມ, ລວມທັງການກະກຽມຜູ້ແທນອົງຄະນະພັກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງດ້ານບຸກຄະລາກອນ ຕ້ອງຮັບປະກັນຕາມມາດຕະຖານ ແລະ ເງື່ອນໄຂທີິ່ກໍານົດໄວ້.