ຕັດສິນຈໍາເລີຍ ຄ້າຂາຍຢາບ້າ 2,000 ເມັດ ຈຳຄຸກ 10 ປີ ແລະ ປັບໃໝ 100,000,000 ກີບ

ປກສ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 25 ກໍລະກົດ 2025 ຄະນະສານອາຍາ ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນຄະດີອາຍາ 4 ຈໍາເລີຍ ທີ່ມີສ່ວນກ່ຽວພັນກັບຄະດີ ຢາເສບຕິດ ຄື:
- ລົງໂທດຕັດອິດສະລະພາບ ທ້າວ ເຕັງເຮີ ອາຍຸ 33 ປີ ປະຊາຊົນບ້ານໄຊມົວ ເມືອງຮຸນ ແຂວງອຸດົມໄຊ ເປັນເວລາ 10 ປີ ແລະ ປັບໃໝ 100,000,000 ກີບ ມີຄວາມຜິດທາງອາຍາ ໃນການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ. ພ້ອມທັງ ຮິບຢາບ້າຈຳນວນ 10 ຖົງ ເທົ່າກັບ 2,000 ເມັດ ນໍ້າໜັກ 201.2 ກຣາມ ມາທຳລາຍຖິ້ມ.
- ລົງໂທດຕັດອິດສະລະພາບ ທ້າວ ໄມ່ຍາ ອາຍຸ 28 ປີ ປະຊາຊົນບ້ານນາຊານ ເມືອງງາ ແຂວງອຸດົມໄຊ ເປັນເວລາ 5 ປີ ແລະ ປັບໃໝ 10,000,000 ກີບ ມີຄວາມຜິດທາງອາຍາ ໃນການຄ້າຂາຍ ແລະ ມີຢາບ້າໄວ້ໃນຄອບຄອງ, ຮິບຢາບ້າ ຈຳນວນ 80 ເມັດ ນ້ຳໜັກ 7,7 ກຣາມ ມາທໍາລາຍຖິ້ມ.
- ລົງໂທດຕັດອິດສະລະພາບ ທ້າວ ລາວຊື ລີ ອາຍຸ 44 ປະຊາຊົນບ້ານຫລັກ 44 ເມືອງໄຊ ແຂວງອຸດົມໄຊ ເປັນເວລາ 2 ປີ ແລະ ປັບໃໝ 10,000,000 ກີບ ມີຄວາມຜິດທາງອາຍາ ໃນຖານມີຢາບ້ານໄວໃນຄອບຄອງເພື່ອເສບ ພ້ອມທັງຮິບຢາບ້າ ຈຳນວນ 28 ເມັດ ນໍ້າໜັກ 2,8 ກຣາມ ມາທໍາລາຍຖິ້ມ.
- ລົງໂທດຕັດອິດສະລະພາບ ທ້າວ ຫວັດ ອາຍຸ 60 ປະຊາຊົນບ້ານນໍ້າຕຳ ເມືອງຮຸນ ແຂວງອຸດົມໄຊ ເປັນເວລາ 2 ປີ ແລະ ປັບໃໝ 10,000,000 ກີບ ມີຄວາມຜິດທາງອາຍາ ໃນການມີຢາບ້າໄວ້ໃນຄອບຄອງເພື່ອເສບ, ຮິບຢາບ້າ 9 ເມັດ ນໍ້າໜັກ 0,9 ກຣາມ ມາທໍາລາຍຖິ້ມ.
ໃນນີ້, ໃຫ້ທ້າວ ຫວັດ ປະຕິບັດໂທດຕັດອິດສະລະພາບ ສີ່ເດືອນ ສິບຫ້າວັນ, ສ່ວນໂທດຕັດອິດສະລະພາບທີ່ຍັງເຫຼືອ ໜຶ່ງປີ ເຈັດເດືອນ ສິບຫ້າວັນ ພາກໄວ້. ເຊິ່ງການພາກໂທດແມ່ນການໂຈະການປະຕິບັດໂທດນີ້ໄວ້ ຫ້າປີ, ຖ້າວ່າພາຍໃນກຳນົດເວລາດັ່ງກ່າວ ຜູ້ຖືກສານຕັດສິນຫາກບໍ່ໄດ້ກະທຳໂດຍເຈດຕະນາອີກ ໂທດທີ່ພາກໄວ້ນັ້ນກໍ່ຈະຕົກໄປ, ແຕ່ຖ້າຜູ້ກະທຳຜິດຫາກໄດ້ກະທຳຜິດໃໝ່ໂດຍເຈດຕະນາ ແລະ ຖືກສານຕັດສິນລົງໂທດຕັດອິດສະລະພາບທີ່ມີກຳນົດ, ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ຫລື ໂທດປັບໃໝທີ່ເປັນໂທດຕົ້ນຕໍນັ້ນ, ເມື່ອຄຳຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຜູ້ກ່ຽວກໍຈະໄດ້ປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກ.
ທີ່ມາ: ປກສ ແຂວງອຸດົມໄຊ

