ແອຕເລຕິໂກ ມາດຣິດ ຍື່ນຄຳຂາດ ບາເຊໂລນາ ຊື້ ກຣີດມັນ ຕ້ອງມີ ບີດັລ ພ້ອມ

ແອຕເລຕິໂກ ມາດຣິດ ຕົກເປັນຂ່າວຍື່ນຄຳຂາດ ບາເຊໂລນາ ຕ້ອງມີ ອາເລັກ ບີດັລ ເຂົ້າເປັນສ່ວນໜຶ່ງໃນຂໍ້ສະເໜີ ຖ້າຫວັງຈະຄວ້າ ອອງຕວນ ກຣີດມັນ ກອງໜ້າຝຣັ່ງ ໄປຮ່ວມທີມ, ຫລັງ ເບເຊໂລນາ ສົນໃຈຢາກໄດ້ ກຣີດມັນ ມາດົນແລ້ວ.
ບາເຊໂລນາ ຕົກເປັນຂ່າວວ່າຢາກໄດ້ ກຣີດມັນ ມາຮ່ວມທີມດົນແລ້ວ ເຖິງຂັ້ນເຮັດໃຫ້ ແອຕເລຕິໂກ ມາດຣິດ ຂູ່ວ່າຈະຍື່ນເລື່ອງຮ້ອງຮຽນກໍລະນີທີ່ ບາເຊໂລນາ ລັກຕິດຕໍ່ກັບນັກເຕະຂອງພວກເຂົາໂດຍບໍ່ໄດ້ຮັບອະນຸຍາດ.
ເຖິງຢ່າງໃດກໍຕາມ, ຫລ້າສຸດມີລາຍງານວ່າ: ທັງ 2 ຝ່າຍອາດຈະສາມາດຫາທາງຕົກລົງກັນໄດ້ ໂດຍ ແອຕເລຕິໂກ ມາດຣິດ ພ້ອມຈະປ່ອຍດາວຍິງທີມຊາດຝຣັ່ງໃຫ້, ຖ້າ ບາເຊໂລນາ ໄດ້ຍື່ນຂໍ້ສະເໜີທີ່ມີ ບີດັລ ລວມຢູ່ໃນນັ້ນ.

