“ຂາແດງ” ສັນຍະລັກແຫ່ງຄວາມອຸດົມສົມບູນຂອງຜືນປ່າ ແຕ່ຍັງທ້າທາຍຍ້ອນຖືກລ່າຈາກຄົນບາງກຸ່ມ

ໂດຍ: ຜາຕຸງ 21.07.25
ຂາແດງ ແມ່ນໜຶ່ງໃນ 165 ຊະນິດສັດທີ່ຈັດຢູ່ໃນ ບັນຊີທີ 1 ປະເພດຫວງຫ້າມ ເນື່ອງຈາກເປັນສັດທີ່ຫາຍາກ, ໃກ້ສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດ ຕໍ່ການພັດທະນາເສດຖະກິດ-ສັງຄົມສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ສັດປະເພດດັ່ງກ່າວຕ້ອງໄດ້ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາສ່ວນການນຳໃຊ້ນັ້ນຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ສະຖານທີ່ໃດມີສັດປ່າຊະນິດນີ້ ຖືວ່າເປັນຄວາມອຸດົມສົມບູນຂອງຜືນປ່າແຫ່ງນັ້ນ.
ໃນໄລຍະຜ່ານມາຍັງມີຄົນຈຳນວນບໍ່ໜ້ອຍທີ່ຈິດໃຈຂາດ ສິລະທຳ, ບໍ່ນັບຖືກົດໝາຍ ຝ່າຝືນຄຳສັ່ງ ແລະ ຂໍ້ຫ້າມຕ່າງໆທີ່ການຈັດຕັ້ງກຳນົດອອກລັກລອບລ່າສັດປ່າຫວງຫ້າມ ເພື່ອນຳມາຂາຍ ແລິ ປະກອບອາຫານ ແບບທ້າທາຍ ລະບຽບກົດໝາຍບ້ານເມືອງຢ່າງໂຈ່ງແຈ້ງ ບາງກໍລະນີ ເມື່ອລ່າໄດ້ແລ້ວ ກໍ່ຖ່າຍຮູບ ຖ່າຍຄລິບ ວີດີໂອ ແລ້ວ ໂພສ໌ ຜ່ານທາງ ໂຊຊຽວ ອວດອ້າງວ່າຕົນເອງເປັນຜູ້ໜຶ່ງທີ່ມີຄວາມເກັ່ງກ້າສາມາດເຮັດໄດ້ ລ່າໄດ້.
ຜ່ານມາ ເຫດການຍິງ ຂາແດງເພື່ອນຳມາບໍລິໂພກ ຫຼື ຂາຍ ແມ່ນຍັງມີຢູ່ໃນຫຼາຍເຂດແຂວງ ຊຶ່ງເປັນການທຳລາຍ ສັດໃກ້ຈະສູນພັນໄປໃນໂຕ ແລະ ຫຼ້າສຸດ ວັນທີ 20 ກໍລະກົດ 2025ນີ້ ມີເຈົ້າຂອງໂພສ ໄດ້ຖ່າຍຮູບ ຂາແດງ ສາມໂຕທີ່ຖືກຍິງເສຍຊີວິດ ແລ້ວໂພສລົງໂຊຊຽວ ພ້ອມທັງຂຽນຂໍ້ຄວາມວ່າ “ງາມເປັນຕາເສຍດາຍ ສັດປ່າສະຫງວນ ສາລະວັນບ້ານເຮົາ”, ນີ້ບໍ່ໄດ້ໝາຍຄວາມວ່າຜູ້ກ່ຽວເປັນຜູ້ທີ່ຍິງສັດນັ້ນແຕ່ຢ່າງໃດ ພຽງແຕ່ຖ່າຍຮູບເອົາ ສັດທີ່ຄົນອື່ນຫາມານັ້ນແລ້ວໂພສລົງທາງໂຊຊຽວສະແດງຄວາມເສຍດາຍ, ຊຶ່ງໃນຄວາມເປັນຈິງຂອງເຫດການແລ້ວແມ່ນ ມີໄວໜຸ່ມ 2 ຄົນ ໄດ້ອອກລ່າຫາຍິງຂາແດງ ຊຶ່ງເປັນສັດປ່າຫວງຫ້າມໃກ້ສູນພັນ ໄດ້ 3 ໂຕຊຶ່ງຄລິບລະບຸວ່າເຫດເກີດຢູ່ສາລະວັນ ແຕ່ບໍ່ບອກວ່າຢູ່ບ້ານ ເມືອງໃດ ຈຸດປະສົງການລ່າເພື່ອນຳໄປເປັນອາຫານ ແລະ ຂາຍ.
ໃນມາດຕາ 24 ຂອງກົດໝາຍ ວ່າດ້ວຍສັດນ້ຳ- ສັດປ່າ ທີ່ເວົ້າເຖິງ ການລ່າສັດນ້ຳແລະ ສັດປ່າ ໄດ້ລະບຸໄວ້ວ່າ: ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ກຳນົດໃວ້ໃນບັນຊີ ທີ 1 ແມ່ນ ບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນເພື່ອການສຶກສາຄົ້ນຄວ້າ ແລະ ຂະ ຫຍາຍພັນ ແຕ່ຕ້ອງໄດ້ຮັບການອະນຸຍາດຈາກລັດຖະບານ. ຖ້າວ່າສັດປ່າຫວງຫ້າມໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ອົງການປົກຄອງເມືອງ, ເທດສະບານເພື່ອພິຈາລະນາແກ້ໄຂ. ສຳລັບສັດທີ່ກຳລັງທຳລາຍ, ກໍ່ກວນອາລະວາດຄົນ ຫຼື ເປັນໄພອັນຕະລາຍຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ; ສ່ວນ ສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງທີ່ໄດ້ກຳນົດໄວ້ໃນບັນຊີ 2 ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການ ທີ່ກຳນົດໃຫ້ເພື່ອຊົມໃຊ້ຕາມຮີດຄອງ ໂດຍບໍ່ໃຫ້ນຳໃຊ້ເຄື່ອງມືແບບດັບສູນ. ສຳລັບການຫາເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້.
ດັ່ງນັ້ນ ຈຶ່ງຫ້າມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີການກະທໍາເຊັ່ນ: ຫ້າມ ຈັບ, ຊື້-ຂາຍ, ສັດນໍ້າ ແລະ ລ່າສັດປ່າ ປະເພດຫວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ໃນທຸກລະດູການຢ່າງເດັດຂາດ, ຫ້າມນໍາເອົາສັດນໍ້າ, ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກໍາເນີດ ມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ, ຫ້າມລ່າສັດນໍ້າ, ສັດປ່າປະເພດທົ່ວໄປ (ບັນຊີ III) ໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໄລຍະລະດູປາວາງໄຂ່ ຫຼື ເຂົ້າພັນສາ, ຫ້າມຫາປາໃນໄລຍະລະດູວາງໄຂ່ ຫຼື ໄລຍະເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນ ເຂດວັງສະຫງວນຕ່າງໆ ແລະ ອື່ນໆ ອີກຫຼາຍຢ່າງ ກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດໍາເນີນຄະດີ ຢ່າງເຂັ້ມງວດ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007 ແລະ ກົດໝາຍວ່າດ້ວຍການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009.

