6 ເດືອນຕົ້ນປີ 2025 ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ແລ້ວ 117 ຕື້ກວ່າກີບ

ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໃຫ້ສຳພາດຂ່າວສານອອນລາຍອັດຕະປື ວ່າ: ໄລຍະ 6 ເດືອນຕົ້ນປີ 2025 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດເກັບລາຍຮັບໄດ້ ທັງໝົດ 117 ຕື້ກວ່າກີບ ເທົ່າກັບ 81.36% ຂອງແຜນການປີ, ເທົ່າກັບ 162.50% ຂອງແຜນການ 6 ເດືອນຕົ້ນປີ, ທຽບໃສ່ໄລຍະດຽວ ເຫັນວ່າເພີ່ມຂຶ້ນ 91.29%. ຂະນະດຽວກັນ ງົບປະມານ ປີ 2025 ດ່ານພາສີສາກົນພູເກືອ ໄດ້ຮັບຕົວເລກມອບໝາຍແຜນລາຍຮັບ ຈາກພາສີປະຈໍາແຂວງ ກໍ່ຄືກົມພາສີ ຈຳນວນ 144 ຕື້ກີບ, ແຜນການ 6 ເດືອນຕົ້ນປີ 2025 ຈໍານວນ 72 ຕື້ກວ່າກີບ ແລະ ສູ້ຊົນຕົວເລກແຜນການຈັດເກັບລາຍຮັບໃນ 6 ເດືອນທ້າຍປີ 2025 ໃຫ້ໄດ້ 71 ຕື້ກວ່າກີບ.=
ສາເຫດທີ່ພາໃຫ້ການຈັດເກັບລາຍຮັບ ຢູ່ດ່ານພາສີສາກົນພູເກືອ ໄດ້ຕາມແຜນການ ແມ່ນຍ້ອນໄດ້ຮັບການຊີ້ນໍາຢ່າງໄກ້ຊິດຕິດແທດຈາກ ຄະນະພັກ, ຄະນະນຳ ສູນກາງ ຕະຫຼອດຮອດທ້ອງຖິ່ນ ແລະ ຄວາມເປັນເອກະພາບ ເອົາໃຈໃສ່ຮ່ວມໄມ້ ຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ, ມີຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມຮັບຜິດຊອບສູງ, ຈິ່ງເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ. ພ້ອມນີ້ ກໍມີບັນດາກົດໝາຍ, ບົດແນະນໍາ, ຄໍາສັ່ງ, ແຈ້ງການຕ່າງໆ ເປັນບ່ອນອີງການຈັດຕັ້ງປະຕິບັດຈຶ່ງເຮັດໃຫ້ການຈັດເກັບລາຍຮັບພາຍ ໃນ 6 ເດືອນຜ່ານມາ ລື່ນແຜນການວາງອອກ ເທົ່າ 179.52% ເປັນຕົ້ນ ແມ່ນ ກົມພາສີ ບໍ່ໃຫ້ບໍລິສັດທີ່ມີກິດຈະການສົ່ງເສີມການລົງທືນຍົກເວັ້ນພັນທະຕ່າງໆ ສຳລັບສີນຄ້າ, ເຄື່ອງຂອງທີ່ເຂົ້າມາຮັບໃຊ້ໂຄງການຂອງບໍລິສັດ ແລະ ເກັບຈາກການນຳເຂົ້ານ້ຳມັນເຊື້ອໄຟ.

