ຕ້ານສະກັດກັ້ນ ພະຍາດໄຂ້ເລືອດອອກ ແຕ່ຫົວທີ ປະຕິບັດ ຫຼັກການ 5 ປ. ໃຫ້ເລິກເຊິ່ງ 

ໂດຍ: ຜາຕຸງ

ເປັນທີ່ຮູ້ກັນດີແລ້ວວ່າ ພະຍາດໄຂ້ເລືອດອອກຈະລະບາດໃນໄລຍະລະດູຝົນ ເຊິ່ງເປັນໄລຍະທີ່ເໝາະສົມໃນການແຜ່ຂະຫຍາຍພັນຂອງຍຸງລາຍໄດ້ດີ ເພາະມີນ້ຳຄ້າງນ້ຳຂັງ ຕາມກາງບ້ານຮ້ານຫຍ້າ ຫຼື ຕາມຖ້ານນ້ຳຮອງຕີຕູ້, ນ້ຳຕາມໂຖດອກໄມ້ທີ່ປະໄວ້ດົດນໂດຍທີ່ບໍ່ໄດ້ປ່ຽນຖ່າຍ ແລະ ຄວາມຮົກເຮື້ອຂອງທີ່ຢູ່ອາໄສກໍ່ເປັນເງື່ອນໄຂໜຶ່ງທີ່ສາດໃຫ້ຍຸງລາຍຂະຫຍາຍພັນໄດ້ດີຂຶ້ນ.

ໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ແມ່ນເກີດມາຈາກຍຸງລາຍເປັນຕົວການນຳເອົາເຊື້ອພະຍາດມາສູ່ຄົນ, ຊຶ່ງແຕ່ລະປີພະຍາດນີ້ໄດ້ລະບາດເປັນວົງກວ້າງໃນທຸກແຂວງທົ່ວປະເທດ ແລະ ພະຍາດໄຂ້ເລືອດອອກໄດ້ພາກຊີວິດຄົນເຮົາຊຶ່ງເປັນທີ່ຮັກຂອງຄອບຄົວ, ສັງຄົມໄປໃນແຕ່ລະປີບໍ່ໄດ້ຂາດ, ເພື່ອຈຳກັດພະຍາດໄຂ້ເລືອດອອກບໍ່ໃຫ້ແພ່ລະບາດເປັນວົງກວ້າງ, ໃນນແຕ່ລະປີລັດຖະບານຕ້ອງໄດ້ສຸມທຶນຮອນມະຫາສານ ເຂົ້າໃນການປາບປາມສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໄປຄວບຄູ່ກັບພະຍາດຕາມລະດູການຕື່ມອີກ, ປັດຈຸບັນເຖິງວ່າ ຍັງບໍ່ທັນມີການລະບາດຂອງພະຍາດນີ້ກໍ່ຕາມ ແຕ່ກໍ່ມີຂ່າວກ່ຽວກັບການເສຍຊີວິດຂອງຄົນຍ້ອນພະຍາດນີ້ແລ້ວ.

ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ເຮົາສາມາດສະກັດກັ້ນບໍ່ໃຫ້ເກີດຂຶ້ນ ແລະ ແພ່ລາມເປັນບໍລິເວນກວ້າງໄດ້ ດ້ວຍວິທີການປະຕິບັດຕາມ ຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກກຳນົດອອກ ໃຫ້ເຂັ້ມງວດຄື: ປົກປິດພາຊະນະທີ່ບັນຈຸນ້ຳກິນນ້ຳໃຊ້; ປ່ຽນຖ່າຍນ້ຳໃນພາຊະນະຕ່າງໆ,ນ້ຳໃນເຕົ້າດອກໄມ້,ຖ້ານຮອງຕີນຕູ້ ແລະ ອື່ນໆ; ປັບປຸງສະຖານທີ່ຢູ່ອາໄສໃຫ້ສະອາດຢູ່ສະເໝີ;  ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ ແລະ ອັນສຸດທ້າຍແມ່ນ ປະຕິບັດໃຫ້ເປັນນິດໄສປະຈຳຕົວໃນທຸກໆອາທິດ ຖ້າຫາກທຸກຄົນໃນສັງຄົມເປັນ ເຈົ້າການໃນການຕ້ານ ແລະ  ສະກັດກັ້ນຢ່າງເປັນຂະບວນການກວ້າງຂວາງ ກໍຈະສາມາດຕັດວົງຈອນການຂະຫຍາຍຕົວຂອງຍຸງລາຍ ເພາະຍຸງລາຍ ຮ້າຍກວ່າເສືອ ເຖິງເສືອຈະຮ້າຍ ແຕ່ບໍ່ມີຄົນຊ່າລືວ່າແຕ່ລະປີມີຄົນຕາຍຍ້ອນຖືກເສືອກັດ ສ່ວນຍຸງລາຍພັດກັດຄົນຕາຍປີລະຫຼາຍຄົນ, ຈົ່ງເລີ່ມຕົ້ນ ຕ້ານສະກັດກັ້ນ ພະຍາດໄຂ້ເລືອດອອກ ແຕ່ຫົວທີ ຍັງຈະດີກວ່າປະໃຫ້ລະບາດແລ້ວຈຶ່ງຫາວິທີແກ້ໄຂ.