ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ເບລາຣຸດຊີ

ວັນທີ 17 ກໍລະກົດ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ມາກຊິມ ຣືເຊັນກົບ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເປັນນິມິດໝາຍອັນດີໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຝາກຄວາມຍື້ຢາມຖາມຂ່າວໄປຍັງ ທ່ານ ອາເລັກຊານເດີ ຕູຣຊິນ ນາຍົກລັດຖະມົນຕີ ແຫ່ງ ສ ເບລາຣຸດຊີ. ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ທີ່ນັບມື້ນັບມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍເຫັນໄດ້ຈາກມີການແລກປ່ຽນ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ຊຶ່ງຫລ້າສຸດແມ່ນການພົບປະ ລະຫວ່າງ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບຣິກສ໌ ທີ່ ເມືອງກາຊານ, ສ ຣັດເຊຍ ໃນເດືອນຕຸລາ 2024 ທີ່ຜ່ານມາ; ໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍໄດ້ລົງນາມສັນຍາຍົກເວັ້ນວີຊາ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ, ຊຶ່ງຈະກາຍເປັນສິ່ງອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດ. ພ້ອມທັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທີ່ສອງຝ່າຍຈະຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ເພື່ອຊຸກຍູ້ໃຫ້ບັນດານັກທຸລະກິດຂອງສອງປະເທດ ສືບຕໍ່ປຶກສາຫາລື ແລະ ຊອກຫາຊ່ອງທາງໃນການຮ່ວມມືກັນທາງດ້ານເສດຖະກິດ ທີ່ສອງຝ່າຍມີທ່າແຮງ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ມາກຊິມ ຣືເຊັນກົບ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານໃຫ້ຊາບເຖິງຜົນຂອງການພົບປະສອງຝ່າຍ ກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພ້ອມທັງ ຢືນຢັນຄືນຄຳໝາຍໝັ້ນ ວ່າຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ທີ່ມາ: ກຕທ

