ລາວ-ໄທ ຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3

ວັນທີ 17 ກໍລະກົດ 2025 ນີ້, ທີ່ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3 ລະຫວ່າງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ສປປ ລາວ ກັບ ຄະນະຊຸດປະສານງານປະຈໍາພື້ນທີ່ຊາຍແດນ ແຂວງ ມຸກດາຫານ ຣາຊະອານາຈັກໄທ ເຊິ່ງກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ. ໂດຍການເປັນປະທານຮ່ວມ ຝ່າຍລາວ ນໍາໂດຍ ພັນເອກ ສຸກສະໜອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ຝ່າຍໄທ ນໍາໂດຍ ພັນເອກ ສິວະດົນ ຍະຄ້າຍ ຜູ້ບັງຄັບການ ກອງບັງຄັບການຄວບຄຸມທີ 1, ມີເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລືກັນຫລາຍບັນຫາກ່ຽວກັບຂອດປະສານງານ, ການພົວພັນຮ່ວມມືວຽກງານການແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການຄ້າຂາຍເຖື່ອນ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ. ພ້ອມນັ້ນ, ທັງສອງຝ່າຍຍັງໄດ້ເອກະພາບສູງໃນການຍົກລະດັບການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ຮ່ວມກັນ ແລະ ການຮ່ວມມືປະສານງານໃນການແລກປ່ຽນ, ຕິດຕາມ, ຈັບກຸ່ມຜູ້ກະທໍາຄວາມຜິດມາດໍາເນີນຄະດີຢູ່ປະເທດຕົ້ນທາງ.
ຈາກນັ້ນ, ທັງສອງຝ່າຍໄດ້ພ້ອມກັນເຊັນບົດບັນທຶກຮ່ວມກັນເພື່ອສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ ແລະ ໄດ້ຮ່ວມກັນລາດຕະເວນທາງນໍ້າ ທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ2.
ທີ່ມາ: ໜັງສືພິມກອງທັບ

