ກັກໂຕກຸ່ມນາຍໜ້າຄ້າມະນຸດ ແຕ່ງດອງແອບແຝງ ໄດ້ 8 ຄົນ

ວັນທີ 23 ມິຖຸນາ 2025 ຜ່ານມາ ເຈົ້າໜ້າທີ່ຕໍາຫລວດ ກວດຄົນເຂົ້າ-ອອກ ເມືອງ ປະຈຳສະໜາມບິນສາກົນວັດໄຕ ໄດ້ຊ່ວຍເຫລືອຍິງສາວລາວ ທີ່ສົງໄສຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 1 ຄົນ ຊື່ ນາງແພງ (ນາມສົມມຸດ) ອາຍຸ 21 ປີ ເກີດຢູ່ບ້ານສີວິໄລ, ເມືອງຈຳພອນ, ແຂວງສະຫວັນນະເຂດ ແລະ ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ 3 ຄົນ, ຕ່າງປະເທດ 2 ຄົນ.

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນໄດ້ຮູ້ວ່າ: ຜູ້ຖືກເຄາະຮ້າຍ ໄດ້ຖືກຂະບວນການນາຍໜ້າຄົນລາວ ຕົວະຍົວະຊັກຊວນໄປເອົາຜົວຄົນຕ່າງປະເທດ, ຜ່ານທາງໂທລະສັບພຽງແຕ່ເທື່ອດຽວ, ແລ້ວກໍຈັດພິທີສູ່ຂໍໝັ້ນໝາຍຊຶ່ງມີແຕ່ນາຍໜ້າເບື້ອງລາວ ແລະ ນາຍໜ້າຄົນຕ່າງປະເທດເຂົ້າຮ່ວມເທົ່ານັ້ນ, ສ່ວນຜູ້ບ່າວ ແມ່ນບໍ່ໄດ້ເຂົ້າຮ່ວມ, ໂດຍພວກນາຍໜ້າໄດ້ວາງເງິນຄ່າດອງໃຫ້ຄອບຄົວຜູ້ຖືກເຄາະຮ້າຍ 150,000,000 ກີບ.

ຕໍ່ມາຜູ້ຖືກເຄາະຮ້າຍເກີດປ່ຽນໃຈບໍ່ຢາກເອົາຜົວຄົນຕ່າງປະເທດ ຈຶ່ງຖືກຂະບວນການນາຍໜ້າຂົ່ມຂູ່ໃຫ້ສົ່ງເງິນຄືນ 190,000,000 ກີບ ແລະ ຄໍາ 2 ບາດ ເຊິ່ງມູນຄ່າຫລາຍກວ່າທີ່ນາຍໜ້າຈ່າຍໃຫ້ເບື້ອງຕົ້ນ, ຍ້ອນບໍ່ມີທາງສູ້ ຈຶ່ງຈໍາເປັນຕ້ອງໄດ້ເອົາຜົວຄົນຕ່າງປະເທດ.

ວັນທີ 24 ມິຖຸນາ 2025 ຈຶ່ງສາມາດກັກຕົວຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ແລະ ຜູ້ຮ່ວມຂະບວນການຄ້າມະນຸດ ໄດ້ເພີ່ມອີກ 5 ຄົນ, ເປັນຄົນຕ່າງປະເທດ 4 ຄົນ. ປັດຈຸບັນເຈົ້າໜ້າທີ່ກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປະຊາຮ່ວມໃຈຕ້ານໄພຄ້າມະນຸດ (ຄຕມຊ)