ໄອຍະການລາວ-ກໍາປູເຈຍ ສັນຍາຮ່ວມມືຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ

ວັນທີ 15 ກໍລະກົດ 2025 ຜ່ານມານີ້ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ພົບປະກັບຄະນະຜູ້ແທນ ຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ , ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ.
ໃນໂອກາດດຽວກັນ ສອງຝ່າຍໄດ້ລົງນາມ ໃນການຈັດຕັ້ງປະຕິບັດ ບົດບັນ ທຶກ ໃນໃນຂົງເຂດ ຄື:
1. ເຫັນດີ ສືບຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການ ສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ, ເພື່ອຮັກສາ ແລະ ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງ ອົງການໄອຍະການສອງຝ່າຍ ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນ ທຶກສະບັບນີ້, ເວັ້ນເສຍແຕ່ໃນກໍລະນີຈໍາເປັນ ອາດຈະມີການແລກປ່ຽນການຢ້ຽມຢາມ ປີລະຄັ້ງກໍໄດ້.
2. ເຫັນດີ ຈັດກອງປະຊຸມ ອົງການໄອຍະການ ລາວ – ກໍາປູເຈຍ ເພື່ອສົ່ງເສີມການຮ່ວມມືຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ ສອງປີຕໍ່ຄັ້ງ, ໂດຍການຜັດປ່ຽນກັນເປັນເຈົ້າພາບ, ພ້ອມທັງຈັດກອງປະຊຸມຝຶກອົບຮົມອື່ນໆ ເພື່ອແລກປ່ຽນປະສົບການ, ຂໍ້ມູນຂ່າວສານກ່ຽວກັບກົດໝາຍ, ບົດຮຽນທີ່ດີ, ບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ໃນການດ້ານ ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີມີຄວາມສົນໃຈ.
3. ເຫັນດີ ເພີ່ມທະວີການພົວພັນຮ່ວມມື ໃນວຽກງານຮ່ວມມື ລະຫ່ວາງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ. ຄໍາຮ້ອງຂໍການຮ່ວມມືຈາກສອງຝ່າຍຈະຕ້ອງໄດ້ຮັບການແກ້ໄຂຢ່າງທັນການ ແລະ ມີປະສິດທິພາບ.
4. ເຫັນດີ ອໍານວຍຄວາມສະດວກໃຫ້ແກ່ ອົງການໄອຍະການທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດຈອດ ເພື່ອສ້າງ ແລະ ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນ, ຮັບປະກັນການຊ່ວຍເຫືຼອ ແຈ້ງໃຫ້ກັນຊາບໂດຍໄວ ກ່ຽວກັບການລະເມີດກົດໝາຍ ແລະ ອາຊະຍາກໍາໃນຂອບເຂດສິດອໍານາດຂອງຕົນ, ພ້ອມທັງປຶກສາຫາລືບັນດາມາດຕະການຕ່າງໆ ໃນການແກ້ໄຂສະພາບການດັ່ງກ່າວ.
5.ສາມາດຈະຂະຫຍາຍກິດຈະກໍາ ການຮ່ວມມືໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນ ທຶກສະບັບນີ້

