ປະກາດຮັບຮອງເມືອງໄຊ ເປັນເມືອງພົ້ນທຸກເມືອງທຳອິດຂອງແຂວງອຸດົມໄຊ

ວັນທີ 15 ກໍລະກົດ 2025 ແຂວງອຸດົມໄຊ ຈັດພິທີ ຮັບຮອງ ແລະ ມອບໃບຢັ້ງຢືນ ເມືອງໄຊ ເປັນເມືອງພົ້ນທຸກ ເມືອງທຳອິດຂອງ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມຈັນ ເພບພາລີ ຮັກສາການເຈົ້າເມືອງໆໄຊ ໄດ້ລາຍງານສະພາບໂດຍຫຍໍ້ ໃນການສ້າງ ເມືອງໄຊ ເປັນເມືອງພົ້ນທຸກໃນໄລຍະຜ່ານມາ. ປະຈຸບັນ ສາມາດສ້າງບ້ານພັດທະນາ ໄດ້ 44 ບ້ານ, ກວມເອົາ 45%, ບ້ານພົ້ນທຸກ 79 ບ້ານ, ກວມ 81%, ມີບ້ານທຸກຍາກ 18 ບ້ານ, ກວມ 19% ແລະ ໄດ້ຮັບຮອງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໄດ້ 1 ບ້ານ (ບ້ານຫຼັກ 32).

ຜ່ານການປະເມີນຕາມ ດໍາລັດ 348/ລບ ກ່ຽວກັບເງື່ອນໄຂ ມາດຕະຖານ ເມືອງພົ້ນທຸກ ເຫັນວ່າ ເມືອງໄຊ ບັນລຸ 100% ເຊິ່ງສະແດງອອກແຕ່ລະມາດຖານ ດັ່ງນີ້:

  • ມີໂຮງຮຽນມັດທະນາຍົມສົມບູນ ທັງພາກລັດ ແລະ ເອກະຊົນ 15 ແຫ່ງ
  • ມີໂຮງໝໍພາກລັດ, ເອກະຊົນ ແລະ ສຸກສາລາ 12 ແຫ່ງ. ໃນນັ້ນ, ສຸກສາລາ 7 ແຫ່ງ
  • ເທດສະບານເມືອງ ໄດ້ຊົມໃຊ້ນໍ້າປະປາ ກວມ 95% ແລະ ຊົນນະບົດໄດ້ຊົມໃຊ້ນໍ້າ ລິນສະອາດ ແລະ ນໍ້າບາດານ ກວມ 100%
  • ເທດສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ ແລະ ມີລະບຽບການຄຸ້ມຄອງຢ່າງເປັນລະບົບຄົບຊຸດ
  • ມີເສັ້ນທາງເຂົ້າເຖິງໃນທຸກໆບ້ານ ສາມາດທຽວໄດ້ຕະຫຼອດປີ ມີ 95 ບ້ານ, ເຊື່ອມຈອດກັບບັນດາເມືອງ ແລະຕ່າງແຂວງ.
  • ມີສະຖານີລົດໄຟ ລາວ-ຈີນ 1 ສະຖານີ, ມີລະບົບຄົມມະນາຄົມ ແລະ ການສື່ສານ ເຊື່ອມໂຍງຂໍ້ມູນຂ່າວສານ ສະດວກສະບາຍ ທັງພາຍໃນ ແລະ ຕ່າງປະເທດ
  • ມີຕະຫຼາດ ຊື້-ຂາຍ ສິນຄ້າເປັນປົກກະຕິ 10 ແຫ່ງ
  • ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ ຢ່າງຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງ ຜົນການກວດກາການປະເມີນ ສະພາບເມືອງພົ້ນທຸກ ແລະ ພັດທະນາ.

ໃນພິທີໄດ້ ມອບໃບຢັ້ງຢືນ ເມືອງໄຊ ເປັນເມືອງພົ້ນທຸກ ເມືອງທຳອິດຂອງ ແຂວງອຸດົມໄຊ ມອບໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຕາງໜ້າເມືອງໄຊ ຮັບໂດຍ ທ່ານ ສົມຈັນ ເພບພາລີ ຮັກສາການເຈົ້າເມືອງໆໄຊ ພ້ອມມອບໃບຢັ້ງຢືນບ້ານພົ້ນທຸກໃຫ້ບັນດາບ້ານ ແລະ ປະກາດຮັບຮອງ ເມືອງໄຊ ເປັນເມືອງພົ້ນທຸກຢ່າງເປັນທາງການ.

ທີ່ມາ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ