“ອຸທິຍານແຫ່ງຊາດ ຫີນໜາມໜໍ່” ຖືກຮັບຮອງເປັນມໍລະດົກໂລກ ຢ່າງເປັນທາງການ

ວັນທີ 13 ກໍລະກົດ 2025 ໃນກອງປະຊຸມຄະນະກໍາມະການມໍລະະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງ ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນພື້ນທີ່ມໍລະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈີ ຂອງ ສສ ຫວຽດນາມ ຢ່າງເປັນທາງການ

ການຂຶ້ນທະບຽນ ເປັນມໍລະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບຈັກກະວານ ຂອງຫີນໜາມໜໍ່ ໄດ້ແກ່:

– ເປັນໜຶ່ງໃນ ພູມສັນຖານພູຫີນປູນ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສໍຽງໃຕ້

– ຖໍ້າມະຫັດສະຈັນ ‘ຖໍ້ານໍ້າລອດເຊບັ້ງໄຟ’

– ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນ ຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.

ການຍອມຮັບໃນລະດັບໂລກນີ້ ເປັນຜົນມາຈາກຄວາມຮ່ວມມືຫລາຍປີລະຫວ່າງລັດຖະບານລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາສາກົນ ດ້ວຍການສະໜັບສະໜູນ ຢ່າງມີຍຸດທະສາດຈາກ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ) ແລະ ສະຫະພາບ ເອີຣົບ.

ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດເດັ່ນຍິ່ງຂຶ້ນ ບໍ່ແມ່ນຄວາມອຸດົມສົມບູນທາງລະບົບນິເວດເທົ່ານັ້ນ ແຕ່ມັນຍັງເປັນຕົ້ນແບບ ສໍາລັບການຮ່ວມມືຂ້າມຊາຍແດນ, ການເຊື່ອມໂຍງຂອງລະບົບນິເວດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

ຄວາມສຳເລັດໃນຄັ້ງນີ້ເປັນຕົວພິສູດວ່າ ການຮ່ວມມືລະຫວ່າງປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມຢ່າງຈິງຈັງຂອງຊຸມຊົນທ້ອງຖິ່ນ ສາມາດນຳໄປສູ່ຜົນລຳເລັດ ທາງດ້ານການອະນຸລັກ ແລະ ການພັດທະນາທີ່ຍືນຍົງໄດ້ຢ່າງແທ້ຈິງ. 

ຂໍ້ມູນ-ພາບ: ອຸທິຍານແຫ່ງຊາດ ຫີນໜາມໜໍ່