ລມຕ ຍທຂ ລົງຕິດຕາມໂຄງການ BRT ມີຄວາມຄືບໜ້າຫລາຍກວ່າ 81% ຈະໃຫ້ສຳເລັດໃນເດືອນ ທັນວາ 2025

ວັນທີ 12 ກໍລະກົດ 2025 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ໄດ້ລົງຢ້ຽມຢາມໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ໂດຍການຕ້ອນຮັບຂອງ ທ່ານ ວິລະພັນ ໄຊຍະວົງ ຮັກສາການ ຫົວໜ້າກົມຂົນສົ່ງ ທ່ານ ບຸນຍະວັດ ນີລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍ ຫົວໜ້າໂຄງການ BRT ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການ BRT ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການວ່າ: ໂຄງການ ນີ້ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກໍລະກົດ 2018 ພາຍຫຼັງ ເຊັນສັນຍາຈັດຈ້າງບໍລິສັດທີ່ປຶກສາຕ່າງປະເທດ ເພື່ອສຳຫຼວດ ອອກແບບລາຍລະອຽດໂຄງການ ແລະ ຕິດຕາມກວດການກໍ່ສ້າງ ໂຄງການມີ 5 ອົງປະກອບ ໜ້າວຽກ ຄື:

1. ສ້າງຕັ້ງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ

2. ປັບປຸງຂອດບໍລິການລົດເມສາທາລະນະ ແລະ ສ້າງລະບົບລົດເມດ່ວນ (Bus Rapid Transit “BRT”)

3. ປັບປຸງການຄຸ້ມຄອງການຈະລາຈອນ

4. ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ

5. ປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ (Non-Motorize Transport “NMT”)

ມາຮອດເດືອນ ມິຖຸນາ 2025 ການກໍ່ສ້າງມີຄວາມຄືບໜ້າ 81,5% ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສຳເລັດໃນເດືອນ ທັນວາ 2025 ແລະ ຈະເປີດບໍລິການໃນຕົ້ນປີ 2026 ຈະສືບຕໍ່ກໍ່ສ້າງແລວເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນສາກົນວັດໄຕ ແລະ ສະຖານີລົດໄຟລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄາພັດ ທະນາອາຊີ (ADB).

ຜູ້ໂດຍສານລົດເມສາທາລະນະທົ່ວໄປ ກໍສາມາດເດີນທາງໄປໄດ້ທຸກສາຍກັບລົດເມດ່ວນ ໂດຍນຳໃຊ້ບັດ smart card ແທນເງິນສົດ ແລວເສັ້ນທາງ ແລະ ສະຖານນີ ລົດເມດ່ວນ ເລີ່ມແຕ່ສວນເຈົ້າຟ້າງຸ່ມ ໄປຫາ ມະຫາວິທະຍາໄລແຫ່ງຊາດລາວ ຜ່ານຖະໜົນ ສະພັງມຶກ ໄກສອນພົມວິຫານ ໜອງບອນ ເສດຖາທິຣາດ ແລະ ສຸພານຸວົງ ລວມໄລຍະທາງ 12,9 ກິໂລແມັດ. ສະຖານນີຂຶ້ນ-ລົງ ລົດເມ BRT ມີທັງໝົດ 26 ສະຖານີ ໃນນີ້ ກາງທາງ 22 ສະຖານນີ ແລະ ແຄມທາງ 4 ສະຖານນີ.

ລົດເມດ່ວນ (Bus Rapid Transit “BRT”) ມີທັງໝົດ 55 ຄັນ ເປັນລົດໄຟຟ້າ ຂະໜາດຄວາມຍາວ 12 ແມັດ ກວ້າງ 2,65 ແມັດ ມີ 4 ປະຕູ (ເບື້ອງລະ 2 ປະຕູ) ມີ 40 ບ່ອນນັ່ງ ບັນຈຸຜູ້ໂດຍສານໄດ້ສູງສຸດ 90 ຄົນ ຕໍ່ຄັນ ໂດຍມີການອອກແບບສະເພາະ ເພື່ອຮັບໃຊ້ຜູ້ໂດຍສານທົ່ວໄປ ແລະ ສໍາລັບຜູ້ພິການ/ເສຍອົງຄະ (wheel chair).

ເພື່ອອໍານວຍຄວາມສະດວກໃຫ້ລົດເມ BRT ຢູ່ຈຸດທາງຄົບ-ທາງແຍກ ໂຄງການ ຈະຕິດຕັ້ງໄຟອຳນາດ ທັງໝົດ 41 ຈຸດ ດັ່ງນີ້:

– ຕິດຕັ້ງລະບົບໄຟຈະລາຈອນໃໝ່ ຈໍານວນ 24 ຈຸດ ແລະ ຈຸດລ້ຽວລົດ (U-turn) 4 ຈຸດ ຢູ່ຖະໜົນໄກສອນພົມວິຫານ ໄປຕາມແລວເສັ້ນທາງລົດເມດ່ວນ. ປັບປຸງເວລາໄຟຂຽວ-ເຫຼືອງ-ແດງ ເສົາໄຟ ຕູ້ຄວບຄຸມ ແລະ ອື່ນໆ ຈຳນວນ 13 ຈຸດ.

– ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ແນໃສ່ຫຼຸດຜ່ອນການຈະລາຈອນແອອັດ ແລະ ອຸບັດເຫດຕາມຖະໜົນຫຼວງ.

– ໂຄງການຈະຈັດສັນບ່ອນຈອດລົດຕາມແຄມທາງ ຢູ່ທາງຮ່ອມ ທັງໝົດ 8 ເຂດ (Zones) ຕາມການວາງແຜນເບື້ອງຕົ້ນ ພື້ນທີ່ ທີ່ຈະຈັດສັນສາມາດຮອງຮັບລົດໃຫຍ່ 2,777 ຄັນ ແລະ ລົດຈັກ 1,202 ຄັນ

– ປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ (Non-Motorize Transport “NMT”) ໂຄງການຈະປັບປຸງທາງຍ່າງ, ປັບປຸງທັດສະນີຍະພາບຕາມແຜນພັດທະນາໂຄງການ ທີ່ເອກະພາບກັບຜູ້ໃຫ້ທຶນ (ທະນາຄານ ADB) ຢູ່ທາງຮ່ອມ ຄື: ຖະໜົນເຈົ້າອານຸ (ເໜືອ ແລະ ໃຕ້) ຖະໜົນແຫ່ງບຸນ ຖະໜົນຂຸນບູລົມ (ຂ້າງຕະຫຼາດເຊົ້າ) ໂຄງການ ໄດ້ຈັດຊື້ລົດຖີບສາມລໍ້ໄຟຟ້າ 150 ຄັນ ເພື່ອໃຫ້ບໍລິການຜູ້ໂດຍສານ ລະຫວ່າງ ສະຖານນີລົດເມດ່ວນແຕ່ລະຈຸດ ເຂດທ່ອງທ່ຽວໃນຕົວເມືອງ ແລະ ຮັບ-ສົ່ງ ນັກທ່ອງທ່ຽວ.

ທີ່ມາ: ໜັງສືພິມວຽງຈັນໃໝ່