ສືບຕໍ່ສົ່ງເສີມ ພັດທະນາການທ່ອງທ່ຽວ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າ

ໂດຍ: ຜາຕຸງ
ການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ:“ ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນ ວັດທະນະທໍາ, ທໍາມະຊາດ ເເລະ ປະຫວັດສາດ” ຜ່ານມາ ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນແລະ ສາກົນເຂົ້າທ່ຽວລາວຫຼາຍຂຶ້ນ ນຳລາຍຮັບເຂົ້າປະເທດເປັນຈຳນວນຫຼາຍກໍຕາມ, ແຕ່ມັນຍັງມີຫຼາຍດ້ານ ກາຍເປັນຈຸດອ່ອນ ຫຼື ຮ້ອງວ່າປາກົດການຫຍໍ້ທໍ້ທີ່ແກ້ໄຂບໍ່ທັນໄດ້ດີເທົ່າທີ່ຄວນເຊັ່ນ: ລະບົບການເກັບກໍາສະຖິຕິຍັງບໍ່ທັນສະໄໝ, ກົນໄກການປະສານກັບແຕ່ລະພາກສ່ວນທົ່ວປະເທດຍັງຊ້າ, ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະ ດວກເພື່ອຮອງຮັບນັກທ່ອງທ່ຽວ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມ ຕ້ອງການຂອງນັກທ່ອງທ່ຽວເທົ່າທີ່ຄວນ ແລະ ຊຶ່ງໃນຕໍ່ໜ້າ ລັດຖະບານຈະຊຸກຍູ້ສົ່ງເສີມພັດ ທະນາການທ່ອງທ່ຽວ ແລະ ການບໍລິ ການໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນ ການບັນລຸເປົ້າໝາຍການເຕີບໂຕເສດຖະກິດມະຫາພາກ ແລະບັນດາຄາດໝາຍການພັດທະນາຂອງຂະແໜງການຕ່າງໆ ປະຈຳປີ 2025 ຕາມມະຕິກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງໃນທ້າຍປີ2024 ເພື່ອດຶງດຸດນັກທ່ອງທ່ຽວເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້ນ.
ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຜ່ໃນເດືອນມິຖຸນາຜ່ານມານີ້ ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີຊີ້ແຈງວ່າ: ລັດຖະບານຈະຜັນຂະຫຍາຍຜົນສຳເລັດການຈັດປີທ່ອງທຽວລາວ 2024 ຜ່ານມາ ສືບຕໍ່ສົ່ງເສີມການພັດທະນາການທ່ອງທ່ຽວ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າໂດຍຜັນຂະຫຍາຍຜົນສຳເລັດການຈັດປີທ່ອງທ່ຽວລາວໃນປີ 2024 ຜ່ານມາ ດ້ວຍການປະຕິບັດນະໂຍບາຍອຳນວຍຄວາມສະດວກໃນການໃຫ້ ວີຊ່າ ຫຼື ປະຕິບັດນະໂຍບາຍການຍົກເວັ້ນວີຊາ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວໃນປະເທດເປົ້າໝາຍເພື່ອຊຸກຍູ້ການ ທ່ອງທ່ຽວຢູ່ໃນພາກພື້ນ ຊຶ່ງຜ່ານມາປະເທດກຳປູເຈຍກໍເຄີຍສະເໜີວ່າ ສາມປະເທດເປົ້າໝາຍການ ທ່ອງທ່ຽວດຽວກັນ ລາວ, ກຳປູເຈຍ ແລະ ຫວຽດນາມ.
ສຳລັບປະເທດໄທກໍໄດ້ສະເໜີ 6 ປະເທດເປົ້າໝາຍການທ່ອງທ່ຽວດຽວກັນລວມມີ ໄທ, ລາວ, ຫວຽດນາມ, ກຳປູເຈຍ, ມາເລເຊຍ ແລະ ບຣູຳໄນ, ພ້ອມນັ້ນກໍຈັດງານຕະຫຼາດນັດການວາງສະແດງສິນຄ້າ, ການສະແດງສິລະປະວັດທະນະທຳ, ການແຂ່ງຂັນກິລາ ເພື່ອສົງເສີມການທ່ອງທ່ຽວ ທາງດ້ານປະຫວັດສາດ, ວັດທະະທຳ ແລະ ທຳມະຊາດ ຂອງຊາດລາວເຮົາ, ລັດຖະບານຈະສືບຕໍ່ລະທົມທຶນຈາກຫຼາຍແຫຼ່ງເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ການທ່ອງທ່ຽວ ເຊັ່ນ: ເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວ ທາງລົດໄຟ ທາງລົດຂົນສົ່ງໂດຍສານ ການບໍລິການການບິນ ແລະ ສະໜາມບິນ ສະຖານທີ່ພັກເຊົາ ການສົ່ງເສີມດ້ານ ດີຈີຕອນ ແລະ ດ້ານອື່ນໆ ໃຫ້ດີຂຶ້ນເລື້ອຍໆ.
ທັງໝົດນີ້ ເປັນວຽກງານທີ່ທາງພາກສ່ວນກ່ຽວຂ້ອງມີມາດຕະການຈັດຕັ້ງປະຕິບັດ ໂດຍການສືບຕໍ່ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທຽວ ສະບັບປັບປຸງປີ 2024 ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ເລິກເຊິ່ງ ແລະ ກວ້າງຂວ້າງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດຽວກັນນັ້ນ, ກໍຕ້ອງມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ຖ້າມີກໍລະນີລະເມີດລະບຽບກົດໝາຍ ຕ້ອງມີມາດຕະການແກ້ໄຂໃຫ້ຂາດຕົວ ເລັ່ງສ້າງແຜນການສື່ສານ, ການປະສານງານ ແລະ ວິທີການຮັບມືກັບວິກິດການຕ່າງໆ ທີ່ອາດເກີດຂຶ້ນໃນຂະແໜງການທ່ອງທ່ຽວ ສຳຄັນແມ່ນ ປວງຊົນລາວທັງຊາດກໍເປັນອີກແຮງໜຶ່ງດ້ວຍການມີສ່ວນຮ່ວມໃນການສ້າງປັດໃຈເພື່ອອຳນວຍຄວາມສະດວກຕໍ່ນັກທ່ອງທ່ຽວ ເພື່ອຮັບປະກັນໃຫ້ໄດ້ຮັບການແກ້ໄຂ ແລະ ໂຕ້ຕອບຢ່າງທ່ວງທັນ ແລະ ໃຫ້ໄດ້ຮັບຜົນດີຂຶ້ນ.

