ປີ 2025 ນີ້ ທົ່ວປະເທດ ຈະປ່ອຍປາໃຫ້ໄດ້ ຫຼາຍກວ່າ 65 ລ້ານໂຕ

ຜາຕຸງ: 11.07.25
ວັນທີ 13 ກໍລະກົດ ຂອງທຸກໆປີ ແມ່ນວັນປ່ອຍປາ ແລະ ອະນຸລັກຮັກສາ ສັດນ້ຳສັດປ່າແຫງຊາດ ເຊິ່ງມາຮອດເວລານີ້ ແຕ່ລະບ່ອນໄດ້ກະກຽມ ແລະ ລົງມືຈັດຕັ້ງປະຕິບັດກິດຈະກຳ ປ່ອຍປາ ແລະ ສັດນ້ຳສັດປ່າ ຢ່າງກ້ວາງຂວາງ ເພື່ອຮ່ວມກັນສ້າງຄວາມອຸດົມສົມບູນໃຫ້ແກ່ລະບົບນິເວດທາງທຳມະຊາດເພື່ຶອ ຄວາມອຸດົມສົມບູນຂອງຊີວະນາໆພັນ ເພື່ອຄວາມຍືນຍົງຕະຫຼອດໄປ ຊຶ່ງປີ2024 ຜ່ານມາ ທົ່ວປະເທດ ໄດ້ປ່ອຍປາ ແລະ ສັດນ້ຳ ທັງໝົດແມ່ນ 64,000,000ໂຕ.
ສຳລັບການປ່ອຍປາ ແລະ ສັດນ້ຳ ໃນວັນທີ 13 ກໍລະກົດ ປີ 2025ນີ້ ຂະແໜງກະສິກຳແລະປ່າໄມ້ໄດ້ສົມທົບກັບຄະນະພັກ ອົງການປົກຄອງທ້ອງຖິ່ນທົ່ວປະເທດໄດ້ກະກຽມແຜນການ ແລະ ຂະບວນການປ່ອຍປາ ແລະ ສັດນ້ຳ ເພື່ອຄືນສູ່ຄວາມອຸດົມສົມບູນຄືນສູ່ທຳມະຊາດ ແລະ ຄືນສູ່ແຫຼ່ງນ້ຳທຳມະຊາດ ເຊິ່ງມີແຜນປ່ອຍປາ ແລະ ສັດນ້ຳໃຫ້ໄດ້ຫຼາຍກວ່າ 65,000,000ໂຕ.
ເພື່ອບັນລຸຄາດໝາຍນັ້ນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ແຈ້ງການ ໃຫ້ບັນດາກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫຼອດຮອດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກງານການພັດທະນາ,ການຄຸ້ມຄອງ, ນໍາໃຊ້, ແລະ ການອານຸລັກ ປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ ເພື່ອປະກອບສ່ວນ ເຂົ້າໃນການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ພ້ອມທັງສ້າງລາຍຮັບ ໃຫ້ປະຊາຊົນລາວ ໃຫ້ນັບມື້ຫຼາຍຂຶ້ນ.
ໃນປັດຈຸບັນ ທົ່ວປະເທດມີ ສູນ, ສະຖານີ ທີ່ຜະລິດລູກປາ ຂອງລັດ ຈໍານວນ 50 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫຼາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີຫຼາຍກວ່າ 400 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ ປະມານ 290 ລ້ານກວ່າໂຕ ຫຼື ເທົ່າກັບ 73% ຂອງແຜນການ ແລະ ມີວັງສະຫງວນປາ ຫຼາຍກວ່າ 1,100 ວັງ,ສຳລັບການປ່ອຍປາ ແລະ ສັດນໍ້າ ໃນ ປີ 2025 ນີ້, ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມ ສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ.
ວັນທີ 13 ກໍລະກົດຂອງທຸກໆປີ ນອກຈາກເປັນ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 2025 ແລະ ກົງກັບວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນ ເຄົາລົບຮັກ ຂອງປວງຊົນລາວເຮົາ, ການປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ ແມ່ນເປັນການປູກຈິດສຳນຶກໃຫ້ທຸກພາກສ່ວນທົ່ວສັງຄົມຮັບຮູ້ການສ້າງຄັງອາຫານຢູ່ໃນທໍາມະຊາດ, ທັງເຫັນໄດ້ຄວາມສຳຄັນການອະນຸລັກສັດນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າທຳມະຊາດ, ຄືນຈໍານວນປະຊາກອນສັດນ້ຳ-ສັດປ່າ ໃຫ້ຫຼາຍຂຶ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນປົກປັກຮັກສາອະນຸລັກສັດນໍ້າ-ສັດປ່າ ເພື່ອຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ ຊຶ່ງເປັນມໍລະດົກອັນລ້ຳຄ່າໃຫ້ຄົງຢູ່ກັບພວກເຮົາຕະຫຼອດໄປ.
ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍເຊີນຊວນ ແລະ ຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ໃນທົ່ວສັງຄົມ ຈົ່ງຮ່ວມແຮງ ຮ່ວມໃຈພັດທະນາ, ຄຸ້ມຄອງ,ອະນຸ ລັກຮັກສາປາ ແລະ ສັດນໍ້າ ໃຫ້ຫຼາຍຂຶ້ນ, ໃຫ້ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ລ້ຽງປາ ແລະ ສັດນໍ້າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນການ ສ້າງເສດຖະກິດ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດໃຫ້ຫຼາຍຂຶ້ນ.ແຕ່ໃນຂະນະດຽວກັນ ການຊອກຢູ່ຫາກິນບໍ່ຄວນນຳໃຊ້ເຄື່ອງມືແບບດັບສູນ ຫາກິນແບບພື້ນເມືອງທີ່ພຽງພໍຕາມທິດຍືນຍົງ.

