ສາເຫດ ແລະ ວິທີແກ້ໄຂ ບັນຫານໍ້າປະປາບໍ່ພຽງພໍກັບການຊົມໃຊ້ຂອງສັງຄົມ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ຕາງໜ້າໃຫ້ຄະນະສະພາບໍລິຫານຂອງລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຊີ້ແຈງສາເຫດທີ່ການສະໜອງນ້ຳປະປາໃນໄລຍະຜ່ານມາບໍ່ພຽງພໍ, ຕາມແຜນຍຸດທະສາດຂອງລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ແຕ່ປີ 2020-2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ວັນທີ 9 ກໍລະກົດ 2025 ວ່າ:

  • ການກໍ່ສ້າງຂະຫຍາຍໂຮງງານຜະລິດນ້ຳປະປາບໍ່ໄປຕາມແຜນ, ຕາມແຜນກຳລັງການຜະລິດ 504,000 ແມັດກ້ອນຕໍ່ວັນ ແຕ່ກຳລັງການຜະລິດ 348,000 ແມັດກ້ອນຕໍ່ວັນ;
  • ລະບົບສາຍທໍ່ນ້ຳປະປາ ບໍ່ໄດ້ຮັບການຂະຫຍາຍ, ລະບົບທໍ່ເກົ່າຊຸດໂຊມ ຍັງບໍ່ໄດ້ຮັບການປ່ຽນຖ່າຍ ມີທໍ່ແຕກ-ຮົ່ວ, ທໍ່ນໍ້າບາງພື້ນທີ່ເປັນທໍ່ນ້ອຍ ເຮັດໃຫ້ການສູບສົ່ງນໍ້າປະປາບໍ່ໄປເຖິງປາຍທາງ;
  •  ມີອັດຕາເພີ່ມຂຶ້ນສູງ ໂດຍສະເພາະເຂດຕົວເມືອງ, ເຂດອຸດສາຫະກຳ, ເຂດບໍລິການສູນການຄ້າ, ເຂດເສດຖະກິດພິເສດ, ບັນດາການກໍ່ສ້າງອາຄານສູງຕ່າງໆ.

ຕໍ່ກັບບັນຫາດັ່ງກ່າວ, ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ກຳນົດການແກ້ໄຂອອກເປັນ 2 ໄລຍະຄື:

ແຜນໄລຍະສັ້ນ (ວຽກຈຸດສຸມ):

  • ສູ້ຊົນຮັກສາກຳລັງການຜະລິດ (ໃຫ້ຜະລິດສູງສຸດເຕັມອັດຕາ) ບໍ່ໃຫ້ຫຼຸດ 348,000 ແມັດກ້ອນຕໍ່ວັນ ຊຶ່ງໃນແຕ່ລະໂຮງງານຕ້ອງຜະລິດນໍ້າໃຫ້ໄດ້ຕາມກຳລັງການຜະລິດຂອງແຕ່ລະໂຮງງານ;
  • ປັບນໍ້າເຂດທີ່ມີແຮງດັນສູງ ເພື່ອໃຫ້ໄປເຂດທີ່ນໍ້າປະປາບໍ່ພຽງພໍ;
  • ສ້ອມແປງ ນ້ຳແຕກ-ນ້ຳຮົ່ວ ໃຫ້ທັນສະພາບການ;
  • ໃຫ້ການບໍລິການນໍ້າປະປາທາງລົດ ໃນກໍລະນີຈຳເປັນ (ເອົານໍ້າຈາກເຂດທີ່ມີແຮງດັນສູງ ໄປບໍລິການເຂດທີ່ນ້ຳປະປາບໍ່ມີແຮງດັນໄປເຖິງ);
  • ປະສານສົມທົບກັບລັດວິສາຫະກິດໄຟຟ້ານະຄອນຫຼວງວຽງຈັນ ຮັບປະກັນການສະໜອງກະແສໄຟຟ້າໃຫ້ເປັນປົກກະຕິ;
  • ເລັ່ງກໍ່ໍ່ສ້າງໂຮງງານຜະລິດນ້ຳປະປາ ຢູ່ 2 ຈຸດ ເພື່ອເພີ່ມກຳລັງການຜະລິດຈຳນວນ 40,000 ແມັດກ້ອນຕໍ່ວັນ ຢູ່ ບ້ານຍາພະ ເມືອງສີໂຄດຕະບອງ ແລະ ບ້ານທາດຂາວ ເມືອງສີສັດຕະນາກ (ຈຸດລະ 20,000 ແມັດກ້ອນຕໍ່ວັນ);
  • ແຜນໄລຍະຍາວ (ປີ 2025-2030): ເພື່ອຮັບປະກັນການຜະລິດນ້ຳປະປາໃຫ້ປະຊາຊົນ ໄດ້ນໍ້າປະປາໃຊ້ນ້ຳຢ່າງພຽງພໍ ໃນຂອບເຂດນະຄອນຫຼວງວຽງຈັນ ແຕ່ປີ 2025 ຫາ 2030 ໃຫ້ໄດ້ຊົມໃຊ້ນ້ຳປະປາ 96% ແລະ ສອງເມືອງນອກ 90% ຂອງພື້ນທີ່ບໍລິການ. ສະນັ້ນຈຶ່ງໄດ້ກຳນົດເປັນ 3 ແຜນງານໃຫຍ່ຄື: ແຜນກໍ່ສ້າງໂຮງງານເພື່ອຂະຫຍາຍກຳລັງຜະລິດ, ແຜນຂະຫຍາຍ-ປ່ຽນຖ່າຍລະບົບສາຍທໍ່ ແລະ ແຜນບໍາລຸງຮັກສາລະບົບໂຮງງານຜະລິດນໍ້າປະປາ; ສະພາບການຊົມໃຊ້ນ້ຳປະປາ ນັບແຕ່ປີ 2025-2030 ມີຄວາມຕ້ອງການຊົມໃຊ້ນ້ຳ 400,000 – 600,000 ແມັດກ້ອນຕໍ່ວັນ. ຈະຕ້ອງການກຳລັງການຜະລິດເພີ່ມຂຶ້ນ ຊຶ່ງໃນນັ້ນ ຈຳເປັນຕ້ອງໄດ້ກໍ່ສ້າງໂຮງງານຜະລິດ ນໍ້າປະປາເພີ່ມຈາກ 504,000-756,000 ແມັດກ້ອນຕໍ່ວັນ.