ປະກາດ ແຕ່ງຕັ້ງ ທ່ານ ທະນົງສິນ ແສງພະວົງ ເປັນ ຮັກສາການເຈົ້າເມືອງຫາດຊາຍຟອງ

ວັນທີ 8 ກໍລະກົດ 2025 ຜ່ານມາ ຄະນະນໍາອົງການປົກຄອງເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ປະກາດ ແຕ່ງຕັ້ງ ທ່ານ ທະນົງສິນ ແສງພະວົງ ຮອງເລຂາຄະນະພັກເມືອງຫາດຊາຍຟອງ ເປັນ ຮັກສາການເຈົ້າເມືອງຫາດຊາຍຟອງ ສ່ວນທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ຜູ້ເກົ່າ ແມ່ນໃຫ້ຮັບໜ້າທີ່ເປັນເລຂາພັກເມືອງຫາດຊາຍຟອງ. ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະນໍາຈາກ 8 ຕົວເມືອງອ້ອມຂ້າງ ແລະ ການຈັດຕັ້ງຕັ້ງທຸກພາກສ່ວນ.

ພ້ອມນັ້ນກໍຍັງໄດ້ນໍາພາສຸມໃສ່ຕໍ່ວຽກງານເສດຖະກິດເພື່ອສ້າງລາຍຮັບພື້ນຖານຈັດເກັບເຂົ້າງົບປະມານ ເຊີ່ງຕາມຕົວເລກ 5 ປີ 120 ຕື້ກີບ ຕົວຈິງປະຕິບັດ 151,66 ຕື້ກີບ ແລະ ກໍ່ຍັງສາມາດເກັບລາຍຮັບໄດ້ເກີນແຜນ 5 ປີ ຊ້ອນ ປະຊາຊົນໄດ້ທໍາການຜະລິດ ຕາມແນວທາງນະໂຍບາຍສົ່ງເສີມຂອງພາກລັດ ດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນຢູ່ພາຍໃນເມືອງ ເພື່ອຍູ້ແຮງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ ເນື່ອງ ແລະ ປະກອບການຕາມກົນໄກເສດ ຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເພື່ອເຮັດໃຫ້ເສດຖະກິດຂອງເມືອງຫາດຊາຍຟອງນັບມີມີຄວາມເຕີບໂຕເຂັ້ມແຂງ ເພື່ອຫັນຈາກການຜະລິດແບບທໍາມະຊາດໄປສູ່ການຜະ ລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ ພື້ນຖານໂຄງລ່າງເສັ້ນທາງຕ່າງໆໄດ້ບຸກທະລຸເຊື່ອມຈອດໄດ້ 2 ເສັ້ນທາງ ທຽບໃສ່ແຜນ 5 ປີ ແມ່ນປະຕິບັດໄດ້ຕາມແຜນ.

ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ຜູ້ເກົ່າ ໄດ້ຂຶ້ນກ່າວລາຍງານຫຍໍ້ ແລະ ຕີລາຄາຕໍ່ກັບໝາກຜົນສໍາເລັດໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ນັບແຕ່ປີ 2020-2024 ໂດຍພາຍໃຕ້ການນໍາພາຂອງ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຜູ້ເກົ່າ ທີ່ໄດ້ເຮັດໜ້າທີ່ດ້ວຍການນໍາພາຄະນະບໍລິຫານງານພັກເມືອງຫາດຊາຍຟອງ ໃນ ສະໄໝທີ VII ຈົນສິ້ນສຸດ ແລະ ກໍໄດ້ຮັບຜົນສໍາເລັດໃນແຕ່ລະດ້ານ ສະແດງອອກໃນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ຈັດຕັ້ງຜັນຂະຫຍາຍຕາມແນວທາງປ້ອງ ກັນຊາດທົ່ວປວງຊົນຮອບດ້ານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງ ກັນປະເທດວາງອອກ ແລະ ປະກາດຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງໄດ້ 11 ບ້ານ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 44 ບ້ານ ເພື່ອແນໃສ່ສ້າງໃຫ້ເມືອງຫາດຊາຍຟອງ ມີຄວາມສະຫງົບ ປອດໄພ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ພ້ອມນັ້ນກໍຍັງໄດ້ນໍາພາສຸມໃສ່ຕໍ່ວຽກງານເສດຖະກິດເພື່ອສ້າງລາຍຮັບພື້ນຖານຈັດເກັບເຂົ້າງົບປະມານ ເຊີ່ງຕາມຕົວເລກ 5 ປີ 120 ຕື້ກີບ ຕົວຈິງປະຕິບັດ 151,66 ຕື້ກີບ ແລະ ກໍ່ຍັງສາມາດເກັບລາຍຮັບໄດ້ເກີນແຜນ 5 ປີ ຊ້ອນ ປະຊາຊົນໄດ້ທໍາການຜະລິດ ຕາມແນວທາງນະໂຍບາຍສົ່ງເສີມຂອງພາກລັດ ດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນຢູ່ພາຍໃນເມືອງ ເພື່ອຍູ້ແຮງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ ເນື່ອງ ແລະ ປະກອບການຕາມກົນໄກເສດ ຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເພື່ອເຮັດໃຫ້ເສດຖະກິດຂອງເມືອງຫາດຊາຍຟອງນັບມີມີຄວາມເຕີບໂຕເຂັ້ມແຂງ ເພື່ອຫັນຈາກການຜະລິດແບບທໍາມະຊາດໄປສູ່ການຜະ ລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ ພື້ນຖານໂຄງລ່າງເສັ້ນທາງຕ່າງໆໄດ້ບຸກທະລຸເຊື່ອມຈອດໄດ້ 2 ເສັ້ນທາງ ທຽບໃສ່ແຜນ 5 ປີ ແມ່ນປະຕິບັດໄດ້ຕາມແຜນ.

ນອກນັ້ນກໍຍັງໄດ້ສໍາເລັດການສ້ອມແປງເສັ້ນທາງຕ່າງໆເປັນຕົ້ນທາງເບຕົ້ງ 16 ເສັ້ນ ຍາວ 5,781 ແມັດ ການພັດທະນາການຮຽນ-ການສອນໃຫ້ໄປຕາມ 3 ລັກສະນະ 5 ຫຼັກມູນ ເນັ້ນໃຫ້ຄຸນນະພາບການສຶກສາມີທ່າອ່ຽງດີຂື້ນ ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການຄຸ້ມຄອງລັດ ຂອງອົງການປົກຄອງນັບແຕ່ຂັ້ນເມືອງລົງຮອດຮາກຖານ ດ້ວຍການຍົກສູງຫັນເອົາແນວທາງ ມະຕິ ຂອງອົງຄະນະພັກ-ອົງ ການປົກຄອງໃຫ້ກາຍເປັນຄວາມຮັບຜິດຊອງ ແລະ ໜ້າທີ່ຂອງທຸກຄົນ.

ໃນພິທີຄັ້ງນີ້ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ຊີ້ນໍາວຽກງານຕໍ່ ເລຂາພັກເມືອງ ແລະ ຮັກສາການເຈົ້າເມືອງ ຜູ້ທີ່ຖືກແຕ່ງຕັ້ງໃໝ່ ແມ່ນຕ້ອງໄດ້ນໍາພາເອົາໃຈໃສ່ປະຕິບັດຕາມຫນ້າທີ່ ດ້ວຍຄວາມຕັດສິນໃຈ ມີຄວາມເສຍສະຫຼະສູງ ໃນການເປັນແບບຢ່າງຜູ້ນໍາພາຄະນະປະຕິບັດທຸກໜ້າທີ່ວຽກງານຂອງພັກ-ລັດໃຫ້ມີຜົນສໍາເລັດ ໂດຍຄຽງຄູ່ກັບການຜັນຂະຫຍາຍມະຕິກອງປະຊຸມຂອງເມືອງ ສ້າງໃຫ້ມີຂະບວນການຕ່າງໆເຂັ້ມແຂງຕໍ່ເນື່ອງ ມີຄວາມເຄົາລົບເຊີ່ງກັນ ແລະ ກັນ ປະຕິບັດວຽກງານຕາມຄວາມຮັບຜິດຊອບ ແລະ ມີປະຊາທິປະໄຕ ຢູ່ໃນຫຼັກການຂອງພັກ.

ທີ່ມາ: ໜັງສືພິມວຽງຈັນໃໝ່