ລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບຄູ່ຮ່ວມເຈລະຈາອາຊຽນ

ວັນທີ 11 ກໍລະກົດ 2025 ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ອັງກິດ ແລະ ອີຢູ; ກອງປະຊຸມລັດຖະມົນຕີຕ່າງປະເທດຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 15 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ອັງກິດ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອັງກິດ (2022-2026) ແລະ ຕີລາຄາສູງຕໍ່ກັບຄວາມຄືບໜ້າການຈັດຕັ້ງປະຕິບັດ 5 ໂຄງການບູລິມະສິດ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກ ຍູ້ໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານ ແລະ ບັນດາໂຄງການບຸລິມະສິດດັ່ງກ່າວ ຢ່າງມີປະສິດທິພາບ ແລະ ຄົບ ຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການຮ່ວມມືທາງດ້ານເສດ ຖະກິດ, ການເຊື່ອມຈອດ, ການສຶກສາ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງພາກພື້ນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອີຢູ່ (2023-2027) ແລະ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ຜ່ານການ ຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ອີຢູ ໂດຍສະເພາະໃນຂົງເຂດການເຊື່ອມຈອດພາກພື້ນ, ການ ຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການໄປມາຫາສູ່ລະຫວ່າງປະຊາຊົນ, ການຫັນເປັນດີຈິຕອນ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 15 ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ ແຜນປະຕິບັດງານ ອີເອເອັສ ສົກປີ 2024-2028. ກອງປະຊຸມ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ໂດຍສະເພາະໃນຂົງເຂດບູລິມະສິດພາຍໃຕ້ຂອບການຮ່ວມມື ອີເອເອັສ ເປັນ ຕົ້ນ ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ, ພະລັງງານ, ເສດຖະກິດດີຈິຕອນ, ຄວາມໝັ້ນຄົງທາງໄຊເບີ, ສາທາລະນະສຸກ, ການສຶກສາ, ແລະ ການຮ່ວມມືທາງທະເລ. ພ້ອມນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຮັດ ແໜ້ນການຮ່ວມມືພາຍໃຕ້ກົນໄກ ອີເອເອັສ, ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດ ທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມເປັນຫ່ວງ ແລະ ຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ພາຍໃນພາກພື້ນ ແລະ ໂລກ. ພ້ອມນີ້, ກອງປະຊຸມ ໄດ້ປຶກ ສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 20 ແລະ ໄດ້ຮັບຊາບການສະເໜີບັນດາເອກະສານ ຜົນ ກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 20 ໂດຍສະເພາະແມ່ນ ຖະແຫລງການ ກົວລາລໍາເປີ ວ່າດ້ວຍ ການຄົບຮອບ 20 ປີ ຂອງ ອີເອເອັສ.
ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກໍາ ຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງໃນອະນາຄົດຂອງເວທີພາກພື້ນອາຊຽນ. ໃນນັ້ນ, ໄດ້ພິຈາ ລະນາ ແລະ ເຫັນດີຮັບຮອງເອົາ ເອກະສານສໍາຄັນຄື: ບັນຊີກິດຈະກຳ ສຳລັບການຈັດຕັ້ງປະຕິບັດໃນສົກປີ 2025-2026 ແລະ ເອກະສານສັງລວມບົດຮຽນທີ່ດີ ເພື່ອຮັດແໜ້ນການຮ່ວມມືຂອງພາກພື້ນກ່ຽວກັບ ຄວາມປອດໄພ ຂອງທ່າເຮືອຂ້າມຟາກລະຫວ່າງປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ. ນອກນັ້ນ, ກອງປະຊຸມລັດຖະມົນຕີຂອງ ເວທີພາກພື້ນອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມບົດບາດຂອງເວທີພາກພື້ນອາຊຽນ ໃຫ້ມີປະສິດທິພາບ ສູງຂຶ້ນ ຄຽງຄູ່ກັບການຮັບປະກັນບົດບາດຄວາມເປັນແກນກາງຂອງອາຊຽນໃນກົນໄກດັ່ງກ່າວ ແລະ ໄດ້ແລກປ່ຽນຄຳຄິດ ຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະສິ່ງທ້າທາຍດ້ານ ຄວາມໝັ້ນຄົງທັງແບບເກົ່າ ແລະ ແບບໃໝ່ ໃນພາກພື້ນອາຊີ-ປາຊີຟິກ, ລວມທັງສະພາບການໃນທະເລຈີນໃຕ້, ແຫລມເກົາຫລີ, ມຽນມາ, ຕາເວັນອອກກາງ ແລະ ອູເເກຣນ.
