ຫ້າມຈອດລົດ ຢູ່ຕາມແຄມທາງ ສອງຟາກທາງແຕ່ ສວນປະຕູໄຊ ຫາ ມະຫາວິທະຍາໄລ ແຫ່ງຊາດ (ດົງໂດກ)

ວັນທີ 11 ກໍລະກົດ 2025 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການວ່າ:  ເນື່ອງຈາກ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ພວມສຸມໃສ່ການກໍ່ສ້າງໂຄງ ລ່າງສໍາລັບລະບົບລົດເມດ່ວນ (BRT) ຢູ່ຫຼາຍເຂດໃນຕົວເມືອງ ໂດຍສະເພາະ ແມ່ນຕາມຖະໜົນ ໄກສອນ ພົມວິຫານ ທີ່ມີຍານພາຫະນະ ຈອດຢູ່ແຄມທາງ ພາເຮັດໃຫ້ການຈະລາຈອນມີຄວາມແອອັດ ແລະ ເປັນອຸປະສັກຕໍ່ ການກໍ່ສ້າງ ທັງມີຄວາມສ່ຽງຈະພາໃຫ້ເກີດມີອຸປະຕິເຫດ.

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກັບ ຕຳຫຼວດຈະລາຈອນ ແລະ ທີມງານຄວາມປອດໄພໂຄງການ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ໃຫ້ຄວາມຮ່ວມມື ຕໍ່ການຈັດສັນບ່ອນຈອດລົດ, ຫ້າມຈອດລົດ ຢູ່ຕາມແຄມທາງ ສອງຟາກທາງ ຕາມຖະໜົນໄກ ສອນ ພົມວິຫານ ເລີ່ມແຕ່ ສວນປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃນຊ່ວງໄລຍະເວລາທີ່ມີການກໍ່ສ້າງ ກ້ອນເຂີບກັ້ນເລນລົດເມດ່ວນ BRT ແລະ ຊ່ວງທີ່ກຳລັງປູຢາງອັດສະຟານຕາມເສັ້ນທາງທີ່ກ່າວມາຂ້າງເທິງນັ້ນ. ຊຶ່ງເລີ່ມ ແຕ່ວັນທີ 14 ກໍລະກົດ 2025 ຫາ 24 ສິງຫາ 2025 (ພາຍໃນ 42 ວັນ). ໃນຊ່ວງເວລາດັ່ງນີ້:

1. ເຊົ້າ ເວລາ 08:30 ຫາ 12:00 ໂມງ,

2. ບ່າຍ ເວລາ 13:30 ຫາ 16:00 ໂມງ,

3. ແລງ ເວລາ 18:30 ຫາ 22:00 ໂມງ.

ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນໍາ ພໍ່-ແມ່ ປະຊາຊົນ, ຜູ້ນໍາໃຊ້ລົດ ນໍາໃຊ້ຖະໜົນ ຈຶ່ງມີຄວາມລະມັດລະວັງ ການຂັບຂີ່ໃນເຂດກໍ່ສ້າງດັ່ງກ່າວ, ມອບໃຫ້ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ປະສານສົມທົບ ກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ຫ້ອງການຈະລາຈອນເມືອງ, ອໍານາດການປົກຄອງເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ສໍາເລັດ ຕາມແຜນການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈົ່ງໃຫ້ຄວາມຮ່ວມມືຈັດ ຕັ້ງປະຕິບັດ ຢ່າງເຂັ້ມງວດ.