ເກັ່ງຫລາຍ!! ຫລານນ້ອຍເຍົາວະຊົນຈາກ ທີມ Bay Savanh FC U12 ໂຕເເທນຈາກລາວ ລົງສະໜາມໃນຮອບແບ່ງກຸ່ມ 4 ນັດ ເອົາຊະນະ 4 ນັດລວດຍິງໄປ 39 ປະຕູ ເສຍພຽງ 2 ປະຕູ ມີ 12 ຄະແນນ ຜ່ານເຂົ້າຮອບເປັນທີ 1 ຂອງສາຍ

ໃນລາຍການເເຂ່ງຂັນບານເຕະເຍົາວະຊົນນານາຊາດCOPANAKA 2025 ທີຈັງວັດຊຽງໃໜ່ ປະເທດໄທລະຫວ່າງວັນທີ 10-11/7 /2025.

#ຜົນການແຂ່ງຂັນຮອບແບ່ງກຸ່ມ ວັນທີ 10 ກໍລະກົດ 2025 ມີດັ່ງນີ້:
ນັດທີ1: Bay Savanh FC ເອົາຊະນະ Montfort 9-2
ນັດທີ2: Bay Savanh FC ເອົາຊະນະ Wachilrwat 5-0
ນັດທີ3: Bay Savanh FC ເອົາຊະນະ Bee school 17-0
ນັດທີ4: Bay Savanh FC ເອົາຊະນະ UTTARADIT 8-0
#ຮູບເເບບການເເຂ່ງຂັນ 9 ຄົນ
ສະໜາມ: Alpine Football Camp Training

