ກະເປົ໋າ Hermès Birkin ໃບທຳອິດຂອງໂລກ ຖືກປະມູນຂາຍໃນລາຄາ 8.58 ລ້ານຢູໂຣ ພາຍໃນເວລາ 10 ນາທີ

ກະເປົາ Hermès Birkin ໃບທຳອິດຂອງໂລກ ທີ່ໄດ້ແຮງບັນດານໃຈຈາກ Jane Birkin ໄດ້ຖືກນຳອອກປະມູນຢູ່ເມືອງປາຣີ ໃນວັນທີ 11 ເດືອນກໍລະກົດ 2025.

ລາຄາສຸດທ້າຍໃນການປະມູນເຖິງ 8.58 ລ້ານຢູໂຣ (ປະມານ 216 ຕື້ກວ່າກີບ) ທີ່ລວມຄ່າຄອມມິຊຊັນ ຈາກການສູ້ລາຄາກັນໃນເວລາປະມານ 10 ນາທີ.

ສ່ວນຜູ້ທີ່ຊື້ໄດ້ແມ່ນນັກສະສົມຈາກປະເທດຍີ່ປຸ່ນ ແລະ ໄດ້ນຳເງິນທັງໝົດຈາກການປະມູນນີ້ ບໍລິຈາກໃຫ້ອົງການຊ່ວຍເຫຼືອຜູ້ປ່ວຍ HIV/AIDS.

ການປະມູນນີ້ໄດ້ທຳລາຍສະຖິຕິເກົ່າ ຂອງກະເປົາແບບ Hermès Kelly 28 ແລະກາຍເປັນກະເປົາທີ່ມີຄ່າປະມູນສູງທີ່ສຸດອັນດັບ 2 ຂອງໂລກ (ຮອງຈາກເກີບ Judy Garland)