ບັນຍາກາດການຕ້ອນຮັບທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA ທີ່ເດີນທາງຮອດລາວ ພາຍຫລັງທີ່ຄວ້າແຊ້ມປະຫວັດສາດລະດັບເວທີໂລກ ທີ່ປະເທດໂປຕູເກດ

ພາບບັນຍາກາດການຕ້ອນຮັບ ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຂອງວັນທີ່ 10 ກໍລະກົດ 2025ທີ່ຜ່ານມາ ພາຍຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດ ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫລື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

ທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ທັບນັກກິລາກໍ່ຖືກຕ້ອນຮັບ ຢ່າງສົມກຽດຕື່ມ ທີ່ີປະຕູໄຊ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ໂພມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ. ຂະນະທີ່ຫ້ອງວ່າການນະຄອນຫລວງ ທ່ານ ອາດສະພານທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງສົມກຽດ.