ເມືອງພີນແຈ້ງເຕືອນ ຈະມີການປ່ອຍນໍ້າເຂື່ອນເຊລະນອງ 1 ວັນທີ 10 ກໍລະກົດ ປະມານ 200-1000 m³/s

ຫ້ອງວ່າການເມືອງພີນ ແຂວງສະຫວັນນະເຂດ ແຈ້ງການວັນທີ 9 ມິຖຸນາ 2025 ນີ້ວ່າ: ເຂື່ອນໄຟຟ້າເຊລະນອງ 01 ຈະມີການລະບາຍນໍ້າ ໃນວັນທີ 10 ກໍລະກົດ 2025 ເນື່ອງຈາກມີການຄາດຄະເນ ຝົນຕົກໜັກຈາກມໍລະສຸມຕາເວັນຕົກສຽງໃຕ້ເຊິ່ງອາດຈະມີປະລິມານນໍ້າຝົນໄຫລເຂົ້າອ່າງປະມານ 500-1,000 m³/s ມີລາຍລະອຽດຄື:
– ປະລິມານນໍ້າທີ່ລະບາຍອອກຈາກເຂື່ອນແມ່ນຈະຄວບຄຸມໃຫ້ຢູ່ທີ່ 200 m³/s ຫາ 1,000 m³/s ລົງມາ.
– ຮັກສາລະດັບນໍ້າໄວ້ໃນອ່າງບໍ່ໃຫ້ສູງເກີນ EL 215.00 masl.
– ລະດັບນໍ້າທ້າຍເຂື່ອນຈະຄວບຄຸມບໍ່ໃຫ້ສູງເກີນ EL 171.00 masl
ສະນັ້ນ, ຈຶ່ງແຈ້ງການມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ຕາມເລາະລຽບຕາມສາຍນໍ້າເຊບັ້ງຫຽງ ຕັ້ງແຕ່ຕອນ ເທິງ ແລະ ລຸ່ມຂອງເຂື່ອນ ໃຫ້ຫລີກລ່ຽງການເຮັດກິດຈະກຳຕ່າງໆ, ພ້ອມກັນມີສະຕິກຽມພ້ອມໃນການເກັບມ້ຽນ ຮັກສາວັດຖຸສິ່ງຂອງ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ສັດລ້ຽງອື່ນໆ ໄປໄວ້ໃນສະຖານທີ່ປອດໄພດ້ວຍ.


