ເສັ້ນທາງຫລັກ 21 ເມືອງທານີ ຫາ ເມືອງປາກງື່ມ ຈະເລີ່ມລົງມືກໍ່ສ້າງ ໃນເດືອນຕຸລາ 2025 ຈະໃຫ້ສຳເລັດປີ 2028 ມູນຄ່າກໍ່ສ້າງ 72 ລ້ານໂດລາ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ວັນທີ 8 ກໍລະກົດ 2025 ນີ້ວ່າ: ບັດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ (ກມ 21 ຫາ ກມ 66). ແມ່ນບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວທາງເລກ 8 ຮ່ວມກັບ ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ ເປັນຜູ້ມີເງື່ອນໄຂຄົບຖ້ວນຊະນະການປະມູນສາກົນເປີດກວ້າງ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເຊັນສັນຍາ ໃນວັນທີ 12/6/2025. ຈະໄດ້ເລີ່ມການກໍ່ສ້າງ ໃນຕົ້ນເດືອນ 10 ຫຼື ພາຍຫຼັງລະດູຝົນ ປີ 2025. ການກໍ່ສ້າງ ຫຼື ຟື້ນຟູຈະໃຫ້ສໍາເລັດ ພາຍໃນ 3 ປີ (ປີ 2028) ຫຼັງຈາກນັ້ນ ແມ່ນບູລະນະຮັກສາສ້ອມແປງອີກ 7 ປີ. ບໍລິສັດຜູ້ຮັບເໝົານີ້ ຈະໄດ້ຮັບຜິດຊອບໃນການບູລະນະຮັກສາ ໃຫ້ການສັນຈອນໄປມາໃຫ້ສະດວກ.
ລວມມູນຄ່າໂຄງການ ທັງໝົດ 72 ລ້ານໂດລາສະຫະລັດ, ຊຶ່ງແຫຼ່ງທຶນໂຄງການປະກອບມີ ຄື: ທຶນກູ້ຢືມຈາກທະນາຄານ ພັດທະນາພື້ນຖານໂຄງລ່າງອາຊີ (AIIB) ຈໍານວນ 40 ລ້ານ, ກອງທຶນ ອາບູດາບີ (ADFD) ຈໍານວນ 20 ລ້ານ ແລະ ທຶນລັດຖະບານ ສປປ ລາວ. ງົບປະມານກອງທຶນທາງ ປະມານ 12 ລ້ານ, ງົບປະມານກອງທຶນທາງ ແມ່ນນໍາໃຊ້ໃນການທົດແທນ ຍົກຍ້າຍສິ່ງກີດຂວາງ ແລະ ວຽກບູລະນະຮັກສາ ພາຍຫຼັງກໍ່ສ້າງສໍາເລັດ.
ໂຄງການນີ້ ໄດ້ມີການອອກແບບ ເປັນທາງປູ Asphalt (ຢາງຂົ້ວ) ແລະ ແບ່ງເປັນ 3 ຂະໜາດ ຄື:
- ຂະໜາດ 4 ເລນ ແຕ່ ບ້ານໂຄກສີວິໄລ ຫາ ບ້ານທາງໂຄ້ງ ເມືອງປາກງື່ມ ໄລຍະທາງຍາວ 20.2 ກິໂລແມັດ, ກວ້າງ 23 ແມັດ (4 ຊ່ອງຈະລາຈອນ, ມີໄຟເຍືອງທາງ ແລະ ຮ່ອງລະບາຍນໍ້າຂ້າງທາງແບບປິດ).
- ຂະໜາດ 2 ເລນ ແຕ່ ບ້ານທາງໂຄ້ງ ຫາ ບ້ານທ່າພະບາດ ແຂວງບໍລິຄໍາໄຊ ໄລຍະທາງ 29.8 ກິໂລແມັດ, ກວ້າງ 15 ແມັດ (2 ຊ່ອງຈະລາຈອນ, ມີໄຟເຍືອງທາງ ແລະ ຮ່ອງລະບາຍນໍ້າຂ້າງທາງແບບປິດ);
- ຂະໜາດ 2 ເລນ ຈາກ ກມ 41+500 ຫາ 71+300, ກວ້າງ 12 ແມັດ (2 ຊ່ອງຈະລາຈອນ, ຮ່ອງລະບາຍນໍ້າຂ້າງທາງແບບເປີດ).

