ບົດເລື່ອງສັ້ນ “ປີທີສີ່” ແຕ່ງໂດຍອຳມະຕະ ທົດສະຣາຊ ໄດ້ລາງວັນສິນໄຊປະຈຳປີນີ້

ພິທີມອບລາງວັນສິນໄຊ ສາຂາວັນນະກຳສ້າງສັນດີ ເດັ່ນ ປະຈຳປີ 2017, ໄດ້ມີ ຂຶ້ນ ໃນວັນທີ 22 ທັນວານີ້, ທີ່ ນະຄອນຫລວງວຽງຈັນ, ໂດຍ ການເຂົ້າຮ່ວມຂອງທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມ ພິມຈຳໜ່າຍ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມ ນັກປະພັນລາວ, ມີທ່ານ ໂອ ທອງ ຄຳອິນຊູ ຫົວໜ້າອຳນວຍ ການ ແລະ ບັນນາທິການວາ ລະສານ ວັນນະສິນ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

+ ເມືອງຫລວງພະບາງໄດ້ຮັບລາງວັນເມືອງສິ່ງແວດລ້ອມ

+ ຊົມເຊີຍຜູ້ໄດ້ຮັບລາງວັນວັນນະກຳ “ແມ່ນໍ້າຂອງ” ຄັ້ງທີ 8

ຜ່ານການລວບລວມຄະ ແນນຕົວຈິງເຫັນວ່າ ບົດເລື່ອງ ສັ້ນ ທີ່ມີຊື່ວ່າ: “ປີທີສີ່”, ແຕ່ງ ອຳມະຕະ ທົດສະຣາຊ ເປັນຜູ້ ຊະນະເລີດ ແລະ ໄດ້ຮັບເງິນສົດ 4 ລ້ານກີບ, ສ່ວນລາງວັນຊົມ ເຊີຍແມ່ນເລື່ອງ: “ຄຳແພງ”, ແຕ່ງໂດຍ ທິບພະເກສອນ ດວງ ຈັກ ແລະ ເລື່ອງ: “ຈຳເປັນ”, ແຕ່ງໂດຍດອກຄຸນນະຊຽງ ຂວາງໄດ້ຮັບເງິນສົດຜູ້ລະ 5 ແສນກີບ. ສ່ວນບົດກາວີແມ່ນ ເລື່ອງ: “ຫອມແຜ່ນດິນລາວ” ແຕ່ງໂດຍ ພະໄພ ວັນມາລາວົງ ເປັນຜູ້ຊະນະເລີດ, ໄດ້ຮັບເງິນ ສົດ 4 ລ້ານກີບ, ສ່ວນລາງ ວັນຊົມເຊີນໄດ້ແກ່: “ສອງມື ນາງ”, ແຕ່ງໂດຍພະບຸນທະວີ ກົມພະພັນ; “ບົດກາວີທີ່ (ບໍ່) ມີຄວາຍ” ແຕ່ງ ໂດຍ ສ.ໄຜ່ ກາງກໍ,“ຜາ ນາງ ຮ້ອງ” ແຕ່ງ ໂດຍ ສາວ ເມີ້ຍ; “ລະນຶກ ເຖິງ ອ້າຍຜູ້ ໄປຮ່ວມການປະຕິວັດ” ແຕ່ງໂດຍ ບຸນມີ ເທບສີເມືອງ ແລະ “ຄຳສອນຂອງພໍ່” ແຕ່ງ ໂດຍ ດາວເປັ່ງ ແສງໄດ້ຮັບ ເງິນສົດຜູ້ລະ 5 ແສນກີບ.

ການຈັດແຂ່ງຂັນຊີງ ລາງ ວັນດັ່ງກ່າວ, ກໍເພື່ອ ສົ່ງເສີມການປະດິດຄິດແຕ່ງ ຂອງນັກປະພັນ, ນັກກະວີ ໃຫ້ ນຳ ໃຊ້ຄວາມສາມາດ ແລະ ພອນສະຫວັນຂອງຕົນເຂົ້າ ໃນການປະກອບສ່ວນສ້າງ ສັນບົດປະພັນວັນນະຄະດີໃຫ້ ວົງການວັນນະກຳລາວນັບມື້ ອຸດົມສົມບູນ, ທັງເປັນການ ປຸກລະດົມການປະດິດຄິດ ແຕ່ງດ້ານວັນນະກຳໃຫ້ເປັນ ຂະບວນການຟົດຟື້ນ ແລະ ຂະຫຍາຍຕົວຢ່າງກວ້າງ ຂວາງ, ຕໍ່ເນື່ອງ, ຮັບປະກັນ ທາງດ້ານຄຸນນະພາບ ແລະ ມີ ປະລິມານຫລາຍຂຶ້ນ.