ໂຄງການລົດເມ BRT ຢູ່ນະຄອນຫລວງວຽງຈັນ ສຳເລັດຫລາຍກວ່າ 70% ຈະເປີດທົດລອງ ໃນທ້າຍເດືອນສິງຫາ 2025

ທ່ານ ອາດສະພັນທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງງຊາດຊຸດທີ 2 ວັນທີ 7 ກໍລະກົດ 2025 ນີ້ວ່າ: ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ເພື່ອກຽມຄວາມພ້ອມຮອບດ້ານເປີດແລ່ນທົດລອງລົດເມດ່ວນ (BRT) ໃນທ້າຍເດືອນສິງຫາ 2025 ແລະ ເປີດນຳໃຊ້ເຕັມຮູບແບບໃນຕົ້ນປີ 2026.

ໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ໄລຍະທໍາອິດ, ປະຈຸບັນ ການກໍ່ສ້າງເສັ້ນທາງ ແລະ ສະຖານີຂຶ້ນ-ລົງ ລົດເມ BRT ປະຕິບັດໄດ້ 71.64%. ຮອດທ້າຍເດືອນ ກໍລະກົດ ປີ 2025 ຈະໃຫ້ບັນລຸ 90%. ແລະ ສືບຕໍ່ກໍ່ສ້າງແລວເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນສາກົນວັດໄຕ ແລະ ສະຖານີລົດໄຟລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງ ຍທຂ ແລະ ທະນາຄາພັດທະນາອາຊີ (ADB).