6 ເດືອນທ້າຍປີ 2025 ຄາດຄະເນເສດຖະກິດນະຄອນຫລວງວຽງຈັນຈະຂະຫຍາຍຕົວ 6.6%

ທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງງຊາດຊຸດທີ 2 ວັນທີ 7 ກໍລະກົດ 2025 ນີ້ວ່າ: ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8.1%, ກວມເອົາ 49% ຊຶ່ງອັນພົ້ນເດັ່ນ ແມ່ນການຂະຫຍາຍຕົວ ຂອງລວມຍອດການຜະລິດອຸດສາຫະກໍາ ແລະ ລວມຍອດການຜະລິດຫັດຖະກໍາ; ຕໍ່ມາແມ່ນ ຂະແໜງບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 4%, ກວມເອົາ 38% ອັນພົ້ນເດັ່ນ ແມ່ນວຽກງານຟື້ນຟູການທ່ອງທ່ຽວ ຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບຂອງການບໍລິການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມານະຄອນຫຼວງວຽງຈັນ ຫຼາຍກວ່າ 1,271,089 ເທື່ອຄົນ, ຄາດຄະເນລາຍຮັບຈາກນັກທ່ອງທ່ຽວ 364.22 ລ້ານໂດລາສະຫະລັດ ແລະ ຂະແໜງ ກະສິກໍາ ຂະຫຍາຍຕົວ ໃນລະດັບ 3.9%, ກວມເອົາ 13%.
ໃນ 6 ເດືອນຕົ້ນປີ ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 85.8%; ໃນນີ້: ການລົງທຶນຂອງລັດ ປະຕິບັດໄດ້ 74.77%; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ປະຕິບັດໄດ້ 89.06% ແລະ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 83.4% ຄາດຄະເນວ່າ ຈະສາມາດບັນລຸໄດ້ຕາມແຜນ.
ການປະຕິບັດແຜນງົບປະມານ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຫລາຍມາດຕະການ ແນໃສ່ເຮັດໃຫ້ການຈັດເກັບລາຍຮັບຫັນເປັນທັນສະໄໝ, ຄຸ້ມຄອງລາຍຈ່າຍໃຫ້ມີຄວາມເຂັ້ມງວດ ຮັດກຸມ ສະດວກວ່ອງໄວ ແລະ ໂປ່ງໃສ ໂດຍນໍາໃຊ້ທັງໝົດ 20 ລະບົບ ໃນນີ້ ລະບົບຄຸ້ມຄອງລາຍຮັບ 16 ລະບົບ ແລະ ລະບົບຄຸ້ມຄອງລາຍຈ່າຍ 4 ລະບົບ. ຊຶ່ງເຮັດໃຫ້ສາມາດເກັບລາຍຮັບງົບປະມານ ໄດ້ທັງໝົດເທົ່າກັບ 61.29%; ໃນນີ້: ລາຍຮັບສູນກາງ ປະຕິບັດໄດ້ 61.43%; ລາຍຮັບທ້ອງຖີ່ນ ປະຕິບັດໄດ້ ເທົ່າກັບ 61%. ດ້ານລາຍຈ່າຍ ປະຕິບັດໄດ້ ເທົ່າກັບ 52.86%, ດ້ານການດຸ່ນດ່ຽງ ສາມາດປະຕິບັດໄດ້ ເທົ່າກັບ 100% ຂອງແຜນການ 6 ເດຶອນຕົ້ນປີ ຫຼື ເທົ່າກັບ 48.19% ຂອງແຜນການປີ.

