ໄຟໄໝ້ຢູ່ນະຄອນປາກເຊ ຍ້ອນໄຟຟ້າລັດວົງຈອນ ມູນຄ່າເສຍຫາຍ ເກືອບ 12 ຕື້ກວ່າກີບ

ທ່ານ ພັນໂທ ວິຊຽນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຈຳປາສັກ ລາຍງາຍວ່າ: ໃນຄໍ່າຄືນວັນທີ 05/07/2025 ທີ່ຜ່ານມາ ເກີດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານໂພນສະຫວັນ ນະຄອນປາກເຊ.
ຜ່ານການສືບສວນ – ສອບສວນ ຜ່ານການເກັບກຳຂໍ້ມູນ ແລະ ຊັນນະສູດສະຖານທີ່ເກີດເຫດຕົວຈິງ ຂອງເຈົ້າໜ້າທີ່ສະຫຼຸບໄດ້ວ່າ: ສາເຫດທີ່ພາໃຫ້ມີອັກຄີໄພເກີດຂຶ້ນໃນຄັ້ງນີ້ ແມ່ນຍ້ອນໄຟຟ້າລັດວົງຈອນ ບວກກັບສະພາບແວດລ້ອມໃນມື້ເກີດເຫດມີຝົນຕົກ ແລະ ຟ້າເຫຼື້ອມ - ຟ້າຮ້ອງ.
ຜົນເສຍຫາຍ ຮ້ານຂາຍຢາງລົດ ທ່ານ ວຽງໄຊ (ຜູ້ເຊົ່າ) ມີຢາງຕີນລົດ, ຊັງລົດໃຫຍ່, ນໍ້າມັນເຄື່ອງ, ໝໍ້ໄຟລົດໃຫຍ່, ລົດຈັກ 1 ຄັນ, ລົດຊາເລັ້ງ 1 ຄັນ, ລົດຈິບ ຍີ່ຫໍ້ ເລັກຊັດ (Lexus) 1 ຄັນ ແລະ ເງິນບາດໄທ) 3 ແສນບາດ ລວມມູນຄ່າເສຍຫາຍ 6,958 ລ້ານກວ່າກີບ, ເງິນບາດ 3 ແສນບາດ.
ສ່ວນເຮືອນ ທ່ານ ສິນສະໝຸດ ເປັນເຮືອນກໍ່ 3 ຊັ້ນ, ມຸງດ້ວຍຊີແພັກ, ຂະໜາດ 4 × 12 ແມັດ ຖືກໄຟໄໝ້ເສຍຫາຍ 70%, ເຄື່ອງໃຊ້ພາຍໃນເຮືອນ ແລະ ເຄື່ອງໄຟຟ້າ ຖືກໄຟໃໝ້ໝົດ ມູນຄ່າເສຍຫາຍ 4,622 ລ້ານກວ່າກີບ, ລວມມູນຄ່າເສຍຫາຍທັງ 2 ພາກສ່ວນ 11,581 ລ້ານກວ່າກີບ.

