ປະໂຫຍດຫລາຍດ້ານຈາກໝາກອຶ

– ຊີ້ນໝາກອຶ : ມີວິຕາມິນອາຫລາຍ ລວມທັງຟົສຟໍ, ທາດການຊຽມ, ວິຕາມິນເຊ, ແປ້ງ ແລະ ເບຕ້າແຄໂຣທີນ ເຊິ່ງເປັນ ສານຕ້ານອະນຸມູນອິດສະລະຢູ່ໃນຊີ້ນສີເຫລືອງຂອງໝາກອຶ ທີ່ຈະຊ່ວຍຫລຸດການເກີດພະຍາດມະເຮັງ ແລະ ຫລອດເລືອດຫົວໃຈໄດ້ ທັງນີ້ເບຕ້າແຄໂຣທີນຍັງຊ່ວຍໃຫ້ນານເຖົ້າ, ປ້ອງກັນພະຍາດຜິວໜັງ, ຫລຸດອາການປວດເມື່ອຍຂອງຂໍ້ຫົວເຂົ່າ ແລະ ແອວໄດ້ເປັນຢ່າງດີ.

– ເປືອກໝາກອຶ : ມີລິດທາງຢາຫລວງຫລາຍ ຫາກກິນໝາກອຶໝົດເປືອກຈະສາມາດກະຕຸ້ນການຫລັ່ງອິນຊູລິນໃນຮ່າງກາຍ ເຊິ່ງຊ່ວຍຄວບຄຸມລະດັບນຳ້ຕານໃນເລືອດ, ປ້ອງກັນການເກີດພະຍາດເບົາຫວານ, ຄວາມດັນເລືອດ, ບຳລຸງຕັບ, ບຳລຸງໝາກໄຂ່ຫລັງ, ບຳລຸງດວງຕາ ແລະ ສ້າງແຊນໃໝ່ທົດແທນແຊນທີ່ຕາຍໄປ ໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ.

– ໃບອ່ອນ : ມີວິຕາມິນອາຫລາຍເທົ່າກັບຊີ້ນໝາກອຶ, ແຕ່ມີທາດການຊຽມ ແລະ ຟົສຟໍຫລາຍກ່ວາໃນຊີ້ນໝາກອຶ.

– ດອກ : ມີວິຕາມິນອາ, ທາດການຊຽມ ແລະ ຟົດຟໍ, ມີວິຕາມິນເຊໜ້ອຍໜຶ່ງ.

– ແກ່ນ : ປະກອບດ້ວຍແປ້ງ, ຟົສຟໍ, ໂປຣຕິນ ແລະ ວິຕາມິນ ລວມທັງສານຄິວເຕີບິຕິນ cucurbitine ເຊິ່ງມີລິດໃນການຂ້າແມ່ທ້ອງໄດ້ດີ ແລະ ຍັງຊ່ວຍໄລ່ນຳ້ຍ່ຽວ, ປ້ອງກັນການເກີດໜິ້ວ, ມະເຮັງພົກຍ່ຽວ. ນອກຈາກນີ້, ນຳ້ມັນຈາກແກ່ນໝາກອຶຍັງຊ່ວຍບຳລຸງປະສາດໄດ້ດີ ແລະ ຍັງມີກົດອະມິໂນບາງຊະນິດທີ່ຊ່ວຍປ້ອງກັນບໍ່ໃຫ້ຕ່ອມລູກໝາກຂອງຜູ້ຊາຍໃຫຍ່ຂຶ້ນ ແລະ ຊ່ວຍປັບລະດັບຮໍໂມນເພດຊາຍທີ່ໄດ້ຈາກລູກອັນທະໃຫ້ຢູ່ໃນລະດັບປົກກະຕິ.

– ຮາກ : ເອົາມາຕົ້ມດື່ມແກ້ໄອໄດ້ ແລະ ຍັງຊ່ວຍບຳລຸງຮ່າງກາຍຖອນພິດຂອງຝິ່ນໄດ້.

– ໄສ້ໃນໝາກອຶ : ສາມາດເອົາມາທາພອກບາດແຜ, ແກ້ອາການຟົກຊຳ້ດຳຂຽວ, ອາການປວດ ຫລື ອັກເສບໄດ້.

– ໝາກອຶເປັນພືດທີ່ມີກາກໄຍຫລາຍ ແລະ ມີກາລໍຣີບໍ່ຫລາຍ, ໄຂມັນໜ້ອຍ ຈຶ່ງບໍ່ເຮັດໃຫ້ຕຸ້ຍ, ມີວິຕາມິນຫລາຍຊະນິດປະລິມານອ່າວຫລາຍ ຈະຊ່ວຍເສີມສ້າງຄໍລາເຈັນໃຕ້ຜິວໜັງ ເຮັດໃຫ້ຜິວໜັງບໍ່ຫ່ຽວຍານໄວ. ນອກຈາກນີ້, ສຳລັບແມ່ລູກອ່ອນ ໝາກອຶມີລິດອຸ່ນຈະຊ່ວຍຍ່ອຍອາຫານ ເຮັດໃຫ້ກະເພາະອາຫານອຸ່ນ, ບຳລຸງກຳລັງ, ຫລຸດອາການອັກເສບ ແລະ ແກ້ປວດໄດ້ນຳ.

– ຂ້ໍຄວນລະວັງໃນການກິນໝາກອຶ : ເນື່ອງຈາກໝາກອຶມີລິດອຸ່ນ ດັ່ງນັ້ນຄົນທີ່ກະເພາະຮ້ອນຄືມີອາການກະຫາຍນຳ້, ປາກເໝັນ, ຫິວງ່າຍ, ຍ່ຽວເຫລືອງ, ຖ່າຍຍາກ, ເປັນບາດແຜໃນຜົ້ງປາກ, ເຫືອກບວມ ບໍ່ຄວນກິນໝາກອຶໃນປະລິມານຫລາຍຈົນເກີນໄປ ເພາະອາດກະຕຸ້ນໃຫ້ຮ່າງກາຍຮ້ອນຂຶ້ນຕື່ມ ຫລືແມ່ນແຕ່ຄົນປົກກະຕິການ ກິນໝາກອຶຫລາຍເກີນໄປກໍອາດຈະເຮັດໃຫ້ເກີດອາການຍື່ງທ້ອງ, ແໜ້ນທ້ອງ, ບໍ່ສະບາຍທ້ອງໄດ້.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ