ທຳລາຍຊິງຊັ່ງອານາລັອກ 87 ໜ່ວຍ ທີ່ອາຍັດໄດ້ ຢູ່ເທສະບານແຂວງ ອຸດົມໄຊ

ວັນທີ4 ກໍລະກົດ 2025 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ທຳລາຍຊິງຊັ່ງ ແບບ ອານາລັອກທີ່ໃຊ້ຊັ່ງສິນຄ້າຂາຍໃຫ້ລູກຄ້າຢູ່ເທດສະບານແຂວງ ຈຳນວນ87ໜ່ວຍ.

ຊິງຊັ່ງຈຳນວນນີ້ຮີບໂຮມອາຍັດໄດ້ຈາກການລົງເຄື່ອນໄຫວຂອງ ຂະແໜງຊັບສິນທາງປັນຍາ,ມາດຕະຖານແລະວັດແທກ ແຕ່ທ້າຍປີ 2024 ຮອດທ້າຍເດືອນ ມິຖຸນາ 2025 ສາມາດ ຍຶດອາຍັດໄດ້ຈາກຜູ້ປະກອບການຂາຍສິນຄ້າປະເພດລະບຽງອາຫານຢູ່ພາຍໃນເທດສະການແຂວງ ໃນນີ້ມີຊິງຊັ່ງຂະໜາດ 50 ກິໂລ,30ກິໂລ, 15ກິໂລ, 10ກິໂລ ແລະ 5ກິໂລ.

ຈຸດປະສົງເພື່ອແກ້ໄຂກາງສຽງຂອງສັງຄົມ ຈາກຊິງຊັງທີ່ບໍ່ຖືກຕ້ອງ ບໍ່ໄດ້ມາດຕະຖານ ຫັນມາໃຊ້ຊິງຊັ່ງແບບໃໝ່ ທີ່ມີມາດຕະຖານ ຍຸຕິທຳ ຖືກຕ້ອງຕາມລະບຽງກົດໝາຍ.

ນີ້ແມ່ນປະຕິບັດຕາມຂໍ້ຕົກລົງ,ລົງວັນທີ 06 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ພະນັກງານລົງເຄື່ອນໄຫວວຽກປັບປ່ຽນຊິງຊັ່ງ ທີ່ໃຫ້ບໍລິການຂາຍສິນຄ້າປະເພດລະບຽງອາຫານ ຈາກຊິງຊັ່ງ ອານາລັ ຫມາເປັນ ຊິງຊັ່ງ ດີຈີຕອນ ຢູ່ຕະຫລາດເທດສະການເມືອງໄຊ, ແຈ້ງການແນະນຳ ລົງວັນທີ 22 ພະຈິກ 2024 ວ່າດ້ວຍ ການຈັດຕັ່ງປະຕິບັດ ປັບປ່ຽນ ຊິງຊັ່ງ ອານາລັອກ ມາເປັນ ຊິງຊັ່ງ ດີຈີຕອນ ທີ່ໃຫ້ບໍລິການຂາຍສິນຄ້າປະເພດລະບຽງອາຫານ ຢູ່ເທດສະການແຂວງ.

ທີ່ມາ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ