ສະພາປະຊາຊົນ ນະຄອນຫລວງ ຈະເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ລະຫວ່າງ ວັນທີ 7 – 11 ກໍລະກົດ 2025

ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງ ໃນລະຫວ່າງ ວັນທີ 7 – 11 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫລວງວຽງຈັນ ດັ່ງນີ້:
- ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ, ຕິດພັນກັບການປະເມີນໂດຍສັງເຂບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ ແລະ ໂຄງການປິ່ນອ້ອມ ທີ່ກໍານົດໃນແຜນ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫລວງວຽງຈັນ.
- ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງ ຕາມການສະເໜີຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ.
- ພິຈາລະນາ, ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ.
- ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫລວງ ຊຸດທີ II.
- ຮັບຟັງການລາຍງານ ແຜນພັດທະນາວຽກງານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄລຍະປີ 2026-2030.
- ຮັບຟັງການລາຍງານ ແລະ ພິຈາລະນາ ກ່ຽວກັບສາເຫດການສະໜອງນໍ້າປະປາບໍ່ພຽງພໍໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
- ຮັບຟັງການລາຍງານຊີ້ແຈງບັນຫາສໍາຄັນ ຂອງນະຄອນຫລວງວຽງຈັນ ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນ ຄື:
- ຮັບຟັງການລາຍງານການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ
- ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ, ເມືອງໄຊທານີ ຫາ ບ້ານສົມສະຫວາດ, ເມືອງປາກງຶ່ມ ນະຄອນຫລວງ
- ຮັບຟັງການລາຍງານ ກ່ຽວກັບສະພາບການເກີດອັກຄີໄພ ແລະ ມາດຕະການສະກັດກັ້ນ ເພື່ອແກ້ໄຂໃນຕໍ່ໜ້າ
- ຮັບຟັງການລາຍງານ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນ.
ນອກຈາກບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງແລ້ວ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫລວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ. ໃນໂອກາດດັ່ງກ່າວ ຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫລວງວຽງຈັນ ຈົ່ງພ້ອມກັນຕິດຕາມຂ່າວສານການດໍາເນີນກອງປະຊຸມ ຄັ້ງນີ້ ຜ່ານໂທລະພາບ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄໍາຄິດຄຳເຫັນ ຫລື ຄຳສະເໜີມາຍັງກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260251, 021 260242 ເຊິ່ງເລີ່ມເປີດຮັບຄໍາສະເໜີ, ຄໍາຄິດຄໍາເຫັນຕໍ່ກອງປະຊຸມ ວັນທີ 7 – 11 ກໍລະກົດ 2025 ໃນໂມງລັດຖະການ.

