ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

ວັນທີ 2 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ອົງການປົກຄອງ ແຂວງ ອັດຕະປືວ່າ: ໃນຕໍ່ໜ້າ ຕ້ອງສືບຕໍ່ເອົາໃຈໃສ່ການແກ້ໄຂບັນຫາຄົງຄ້າງ ເປັນຕົ້ນແມ່ນ:
- ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ,ມີລະບຽບ ວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
- ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ
- ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫລຸດລົງ
- ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ,
- ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ,
- ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ,,
- ເອົາໃຈໃສ່ປັບປຸງ ແລະ ຍົກລະດັບການບໍລິການດ້ານສາທາລະນະສຸກ ພາຍໃນແຂວງ ໃຫ້ທົ່ວເຖິງປະຊາຊົນ, ການຍົກລະດັບພັດທະນາບຸກຄະລາກອນທາງການແພດ, ສະໜອງອຸປະ ກອນການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນເມືອງ(ໂຮງໝໍນ້ອຍ),
- ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ ໂດຍສະເພາະບັນດາວຽກຈຸດສຸມ ໃຫ້ໄດ້ຮັບຜົນດີ, ພ້ອມທັງປະສານສົມທົບກັບຄະນະສະເພາະກິດ ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ,
- ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ມີຄວາມລ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກໍານົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫລື ຖອນເອົາໂຄງການຄືນ,
- ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ຮັບການປັບປຸງດີຂຶ້ນ,
- ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ,
- ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ
ພ້ອມນີ້, ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ກໍຄື ບັນດານິຕິກໍາຂອງຂັ້ນເທິງ ແລະ ພາກ ສ່ວນກ່ຽວຂ້ອງໄດ້ກໍານົດວາງອອກ.
ທີ່ມາ: ກົມປະຊາສໍາພັນ ຫສນຍ

