ປກສ ແຂວງຜົ້ງສາລີ ສຶກສາອົບຮົມກຸ່ມໄວໜຸ່ມ ສູບຢາສູບໄຟຟ້າ 8 ຄົນ

ວັນທີ 2 ກໍລະກົດ 2025 ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ໄດ້ນໍາເອົາກຸ່ມໄວລຸ້ນສູບຢາສູບໄຟຟ້າມາສຶກສາອົບຮົມ ຢູ່ທີ່ສູນບໍາບັດເມືອງບຸນເໜືອ ຈໍານວນ 8 ຄົນ, ຍິງ 6 ຄົນ ພ້ອມຂອງກາງ ຢາສູບໄຟຟ້າ 4 ອັນ.
ພວກກ່ຽວທັງໝົດ ຖືກເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງ ກວດພົບຢູ່ຮ້ານບັນເທີງ ພາຍໃນເມືອງບຸນເໜືອ ແຂວງຜົ້ງສາລີ ໃນວັນທີ ວັນທີ 30 ມິຖຸນາ 2025 ຜ່ານມາ.

ເຈົ້າໜ້າທີ່ກ່າວວ່າ: ການສຶກສາອົບຮົມໃນຄັ້ງນີ້, ແມ່ນໄດ້ສຶກສາອົບຮົມໃຫ້ຮູ້ເຖິງຜົນຮ້າຍຂອງການສູບຢາສູບໄຟຟ້າ ທີ່ຜົນກະທົບທີ່ບໍ່ດີຕໍ່ຮ່າງກາຍ ແລະ ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ສ້າງຄວາມບໍ່ສະຫງົບຕໍ່ຄອບຄົວ ແລະ ສັງຄົມ. ພ້ອມທັງໄດ້ເຊັນບົດບັນທຶກ ແລະ ສົ່ງມອບພວກກ່ຽວໃຫ້ຜູ້ປົກຄອງນໍາໄປສຶກສາອົບຮົມຕໍໍ່ ເພື່ອໃຫ້ເຂົາເຈົ້າກາຍເປັນບຸກຄົນທີ່ດີຂອງຄອບຄົວ ແລະ ສັງຄົມ.

