ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ 2 ທ່ານ ໄປປະຈຳຢູ່ ສະຫະລັດ ອາເມລິກາ, ການາດາ ແລະ ສາທາລະນະລັດ ຝຣັ່ງ

ວັນທີ 2 ກໍລະກົດ 2025 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ມອບສານຕາຕັ້ງໃຫ້ທູດຂອງ ສປປ ລາວ ຈໍານວນ 2 ທ່ານ ເພື່ອໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ, ປະກອບມີ ທ່ານ ພູໂຂງ ສີສຸລາດ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ; ທ່ານ ກາລະມົງຄຸນ ສຸພານຸວົງ ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນປະຈຳ ອົງການ ຝຣັ່ງໂກໂຟນີ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນຊີ້ນຳ ຕໍ່ທ່ານເອກອັກຄະລັດຖະທູດ ທັງ 2 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບ ຕໍ່ປະກອບ ສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະ ເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບ ລ້າງ ຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດທະນາ ຕາມເປົ້າໝາຍທີ່ວາງໄວ້.

ທີ່ມາ: ຂ່າວສານປະເທດລາວ