“ໂຊດຽມ” ໄພອັນຕະລາຍງຽບທີ່ທໍາລາຍສຸຂະພາບໂດຍທີ່ບໍ່ຮູ້ຕົວ


ໂຊດຽມ ແມ່ນແຮ່ທາດທີ່ຈໍາເປັນສໍາລັບຮ່າງກາຍ ພົບທົ່ວໄປໃນເກືອ (ໂຊດຽມ chloride) ແລະ ວັດຖຸເຈືອປົນ ຫຼື ເຄື່ອງປຸງແຕ່ງອາຫານເຊັ່ນ: ແປ້ງນົວ, ຄະນໍ, ນ້ຳປາ, ຊິອິ້ວ ແລະ ຜົງຟູ…
ການໄດ້ຮັບໂຊດຽມສະສົມເຂົ້າໄປບໍ່ແມ່ນເລື່ອງຕະຫລົກ ຮູ້ບໍ່ວ່າມັນມີຜົນກະທົບຕໍ່ສຸຂະພາບໃນໄລຍະຍາວ, ເຊິ່ງສິ່ງທີ່ສະແດງອາການເມື່ອເຮົາຮັບໂຊດຽມເຂົ້າໄປໃນຮ່າງການມີດັ່ງນີ້:
- ອາການບວມນ້ຳ: ຖ້າບໍລິໂພກອາຫານທີ່ມີໂຊດຽມສູງຢ່າງຕໍ່ເນື່ອງ, ຮ່າງກາຍອາດຈະບໍ່ສາມາດປັບຕົວໄດ້ທັນ ເຮັດໃຫ້ລະບົບການກໍາຈັດໂຊດຽມ ແລະ ນ້ຳເສຍສົມດຸນ ສົ່ງຜົນໃຫ້ມີອາການບວມຊໍາເຮື້ອ, ໂດຍສະເພາະຜູ້ທີ່ມີພະຍາດ: ພະຍາດຫົວໃຈ ແລະ ພະຍາດໝາກໄຂ່ຫຼັງ.
- ເສັ້ນເລືອດຕີບໃນສະໝອງ: ຄວາມດັນເລືອດສູງທີ່ເກີດຈາກໂຊດຽມເປັນສາເຫດຫຼັກຂອງເສັ້ນເລືອດຕີບ ແລະ ເສັ້ນເລືອດແຕກໃນສະໝອງ.
- ພະຍາດຫົວໃຈ: ການບໍລິໂພກໂຊດຽມສູງເລື້ອຍໆ ເຮັດໃຫ້ເສັ້ນເລືອດແຂງ ແລະ ແຄບ, ເພີ່ມຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ, ຂາດເລືອດ ແລະ ຫົວໃຈລົ້ມເຫຼວ.
- ຄວາມດັນເລືອດສູງ: ໂຊດຽມເຮັດໃຫ້ຮ່າງກາຍກັກເກັບນ້ຳ, ເພີ່ມປະລິມານນ້ຳໃນຫຼອດເລືອດ, ເຮັດໃຫ້ຄວາມດັນເລືອດສູງ ເຊິ່ງຄວາມດັນເລືອດສູງເປັນສາເຫດຕົ້ນຕໍຂອງພະຍາດຫົວໃຈ ແລະ ຫຼອດເລືອດ.
- ມະເຮັງກະເພາະອາຫານ: ມີການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການກິນອາຫານທີ່ມີໂຊດຽມສູງ ຈະເພີ່ມຄວາມສ່ຽງຕໍ່ການເປັນມະເຮັງກະເພາະອາຫານ, ໂດຍສະເພາະໃນຜູ້ທີ່ກິນອາຫານແປຮູບ ແລະ ອາຫານໝັກດອງເປັນປະຈໍາ.
- ພະຍາດໝາກໄຂ່ຫຼັງ: ໝາກໄຂ່ຫຼັງຕ້ອງເຮັດວຽກໜັກເພື່ອຫຼຸດໂຊດຽມທີ່ເກີນ, ເຮັດໃຫ້ມີຄວາມສ່ຽງຕໍ່ການເປັນພະຍາດໝາກໄຂ່ຫຼັງ ຫຼື ໝາກໄຂ່ຫຼັງລົ້ມເຫຼວ ແລະ ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຢູ່ແລ້ວຈະມີອາການຮ້າຍແຮງຂຶ້ນ ຖ້າຍັງສືບຕໍ່ບໍລິໂພກອາຫານທີ່ມີໂຊດຽມສູງ.
- ພະຍາດກະດູກຜຸ: ໂຊດຽມສ່ວນເກີນທີ່ຮ່າງກາຍຈະຮັບໄດ້ເຮັດຈະໃຫ້ແຄວຊຽມຖືກຂັບອອກທາງປັດສະວະຫຼາຍ, ເຮັດໃຫ້ກະດູກອ່ອນແອລົງ.
