ປະກາດແຕ່ງຕັ້ງ ທ່ານ ຄໍາພັນ ບຸນພາຄົມ ເປັນຮອງລັດຖະມົນຕີ ກະຊວງຍຸຕິທໍາ

ວັນທີ 30 ມິຖຸນາ 2025 ກະຊວງຍຸຕິທໍາ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທໍາ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດ ສະບັບເລກທີ 423/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄໍາພັນ ບຸນພາຄົມ ເປັນຮອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ມະຕິຕົກລົງ ສະບັບເລກທີ 566/ຄລສພ, ລົງວັນທີ 18 ມິຖຸນາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ຄໍາພັນ ບຸນພາຄົມ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ກະຊວງຍຸຕິທໍາ.
ຈາກນັ້ນ, ທ່ານ ຄໍາເສີດ ວິລະພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ ໄດ້ຂຶ້ນຜ່ານດໍາລັດ ສະບັບເລກທີ 278/ນຍ, ລົງວັນທີ 23 ພຶດສະພາ 2025 ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ອອກພັກການ-ຮັບອຸດໜູນບໍານານ ແລະ ຂໍ້ຕົກລົງ ສະບັບເລກທີ 904/ກຍ, ລົງວັນທີ 30 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ບີວ່າງ ຈົ່ງເຈີ, ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຮັກສາການຫົວໜ້າສູນ.
ໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ມີຄໍາເຫັນໂອ້ລົມ ຕໍ່ບັນດາທ່ານທີ່ຮັບໜ້າທີ່ໃໝ່ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ຊົມເຊີຍທ່ານທີ່ພັກການ-ຮັບອຸໜູນບໍານານ ທີີ່ໄດ້ສຸມທຸກເຫື່ອແຮງຂອງຕົນເອງເຂົ້າໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາເຮັດໃຫ້ມີຜົນສຳເລັດຫລາຍດ້ານ.
ທີ່ມາ: ໜັງສືພິມກົດໝາຍ

