ສິລະປະເວທີໜຶ່ງໃນເປົ້າໝາຍການທ່ອງທ່ຽວ

ອີກສິ່ງໜຶ່ງທີ່ເຮົາບໍ່ຄວນ ພາດໃນບໍລິການທ່ອງທ່ຽວ ຂອງປະເທດເຮົານັ້ນ, ຄືການເບິ່ງ ການຊົມສະແດງສິລະປະເວ ທີ ຫລື ຖ້າຈະເວົ້າອີກແບບໜຶ່ງ ກໍແມ່ນສິລະປະການສະແດງ ເພາະສິ່ງນີ້ມັນເປັນການຊອກ ຮູ້ສຶກສາຄົ້ນຄວ້າເອກະລັກ ທາງດ້ານປະຫວັດສາດ, ຮີດ ຄອງປະເພນີ ແລະ ເປັນພື້ນຖານ ວັດທະນະທຳຂອງເຊື້ອຊາດ ລາວ, ຄົນລາວ, ກ່າວເຖິງສະ ຖານທີ່ທ່ຽວຊົມນັ້ນມັນກໍ່ມີຢູ່ ສອງຈຸດຄື: ຈຸດທີ່ໜຶ່ງແມ່ນຢູ່ ນອກສະຖານທີ່ເດີ່ນກາງແຈ້ງ ເຊັ່ນຢູ່ຕາມງານບຸນປະເພນີຮີດສິບສອງຄອງສິບສີ່ຂອງແຕ່ ລະທ້ອງຖິ່ນ ຫລື ຕາມສະຖານ ທີ່ສາທາລະນະທີ່ມີການຈັດ ງານຢ່າງມະໂຫລານ ແລະ ຄຶກ ຄື້ນ. ເປັນຕົ້ນວ່າຢູ່ນະຄອນ ຫລວງວຽງຈັນເຮົາກໍແມ່ນ ງານບຸນທາດຫລວງ, ບຸນອອກ ພັນສາ, ບຸນປີໃໝ່ລາວ ຫລື ໃນງານອື່ນໆ. ສ່ວນວ່າຈຸດທີ່ ສອງນັ້ນ, ກໍໄດ້ແກ່ຫໍໂຮງຕ່າງໆ ທີ່ມີໄວ້ຮອງຮັບເຊັ່ນ: ຫໍວັດ ທະນະທຳ, ໂຮງມະໂຫລະສົບ, ໂຮງກາຍະສິນ ແລະ ຕາມ ສະໂມສອນຕ່າງໆ ຂອງຊາດ ແລະ ຂອງທ້ອງຖິ່ນ.

(ພາບປະກອບ)

+ ນັກຮຽນສິລະປະລາວ 6 ຄົນ ໄດ້ຮັບໂອກາດໄປແລກປ່ຽນ ດ້ານວັດທະນະທຳຢູ່ປະເທດສິງກະໂປ

+ ໂຮງຮຽນສິລະປະແຫ່ງຊາດຈັດການແຂ່ງຂັນພອນສະຫວັນຂອງນັກຮຽນ

ກ່ຽວກັບເນື້ອໃນນັ້ນ, ແມ່ນ ການສະແດງສິລະປະວັນນະ ຄະດີ, ການຟ້ອນລຳທຳເພງ ຂອງກອງສິລະປະກອນແຫ່ງ ຊາດ, ການສະແດງກາຍະສິນ, ໝໍລຳເລື່ອງ, ການແຂ່ງຂັນ ກິລາເຕະບານ ຫລື ມວຍລາຍ ລາວ ເຊິ່ງສິ່ງເຫລົ່ານີ້ລ້ວນແຕ່ ສະແດງໃຫ້ເຫັນເຖິງສັກກະຍະພາບ, ຄວາມອຸດົມສົມບູນ ແລະ ຄວາມຮັງມີທາງດ້ານສິລະປະວັດທະນະທຳຂອງຊາດ, ສະ ແດງໃຫ້ເຫັນເຖິງວິຖີຊີວິດຂອງ ປະຊາຊົນບັນດາເຜົ່າທີ່ເປັນວົງ ສາຄະນາຍາດແຫ່ງຊາດ, ຂອງ ເຊື້ອເຜົ່າພົງພັນຊາດລາວຄົນ ລາວ ແລະ ທັງເປັນການດຶງດູດ ແຂກຕ່າງດ້າວທ້າວຕ່າງແດນ ທີ່ເຂົ້າມາຢ້ຽມຢາມປະເທດ ເຮົາໃຫ້ຕິດໃຈກັບມົນສະເໜ່ ຂອງ ເມືອງລາວ, ຜູ້ຂຽນເຄີຍໄດ້ ໄປເຫັນ ຫລື ໄປສຳພັດຢູ່ຕ່າງ ແດນມີບາງປະເທດພວກເພິ່ນ ມີການບໍລິການໃນດ້ານນີ້ໄດ້ ດີທີ່ສຸດ ແລະ ກໍມີລາຍຮັບເປັນ ກອບເປັນກຳອີ່ຫລີ. ສະຖານ ທີ່ໄດ້ມີນັກທ່ອງທ່ຽວມັກເຂົ້າ ຊົມທີ່ສຸດກໍຄວນມີການສະ ແດງສິລະປະດົນຕີ, ກາຍະສິນ, ຮູບເງົາ, ກິລາມວຍດັງ ແລະ ອື່ນໆ. ໃນທີ່ນັ້ນໂລດຕາມຜູ້ຂຽນ ຄິດ, ຢູ່ບ້ານເຮົາເຖິງວ່າ ໃນດ້ານ ນີ້ຍັງບໍ່ທັນມີການຂະຫຍາຍ ຕົວຢ່າງແຂງແຮງ ແລະ ກວ້າງ ຂວາງແຕ່ກໍສາມາດນຳໃຊ້ໂຕ ທີ່ ເຮົາມີໄດ້ເປັນຢ່າງດີ ແລະ ຈະ ສະແດງໃຫ້ນັກທ່ອງທ່ຽວຫລື ຊາວໂລກເຫັນໄດ້ເຫັນ ແລະ ສາມາດປະກອບສ່ວນນຳໄດ້, ດັ່ງການຮຽນພ້ອມລຳວົງໃນ ຈັງຫວະຕ່າງໆ, ຍິ່ງຈະຊ່ວຍໃຫ້ ເພິ່ນມີຄວາມຈັບອົກຈັບໃຈ.

ແນວໃດກໍຕາມ, ເຮົາຄິດ ວ່າໃນປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້, ພວກເຮົາກໍມີ ຄວາມພ້ອມ ແລະ ຈະເຮັດທຸກ ສິ່ງທຸກຢ່າງຕາມແຜນທີ່ມີໄວ້, ສິ່ງສຳຄັນຄືພ້ອມກັນເຮັດໂຮມ ກັນສ້າງເພື່ອເຮັດໃຫ້ປະເທດ ລາວລ້ານຊ້າງອັນແສນຮັກ ແລະ ຫວ່ງແຫນກາຍເປັນຈຸດໜຶ່ງ ຂອງພາກພື້ນ ແລະ ຂອງໂລກ, ທີ່ມີຄວາມສະຫງົບ, ມີມົນສະເໜ່ ຕະຫລອດ.

ໂດຍ: ກ້ອງສ່ອງ ອິດສະຫລະ