ແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ຂ່າວແຂວງເຊກອງ ລາຍງານວ່າ: ວັນທີ 1 ກໍລະກົດ 2025 ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ (ຜູ້ເກົ່າ) ກັບ ທ່ານ ບຸນຫຼາຍ ບຸດທິ ຮັກສາການເຈົ້າແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີຄະນະນໍາ ແຂວງ ເມືອງ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ການແຕ່ງຕັ້ງດັ່ງກ່າວແມ່ນອີງຕາມຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 07/ກມສພ, ລົງວັນທີ 20 ມິຖຸນາ 2025 ວ່າດ້ວຍຍົກຍ້າຍ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກມີ 569/ຄລສພ, ລົງວັນທີ 20 ມິຖຸນາ 2025 ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນຫຼາຍ ບຸດທິ ເປັນຮັກສາການແທນເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ 484/ນຍ, ລົງວັນທີ 27 ມິຖຸນາ 2025 ວ່າດວ້ຍການແຕ່ງຕັ້ງ ເປັນຮັກສາການແທນເຈົ້າແຂວງເຊກອງ.

