ເຈົ້າໜ້າທີ່ວາງແຜນລໍ້ຊື້ ສາມາດຢຶດລູກຂາແດງ 2 ໂຕ ແລະ ລູກໂຕໂຄ່ງ 1 ໂຕ ສ່ວນຜູ້ຂາຍຫລົບໜີໄປໄດ້

ທ່ານ ຄຳສຸກ ທອງສະຫວັນ ຮອງຫົວໜ້າກອງກວດກາປ່າໄມ້ ລາຍງານວ່າ: ວັນທີ 29 ມິຖຸນາ 2025 ເຈົ້າໜ້າທີ່ກອງກວດກາປ່າໄມ້ ຮ່ວມກັບໜ່ວຍງານກວດກາປ່າໄມ້ເມືອງສອງຄອນ ແຂວງ ສະຫວັນນະເຂດ ລໍ້ຊື້ ລູກຂາແດງ, ລູກໂຕໂຄ່ງ ທີ່ມີກຸ່ມຊື້ຂາຍທາງອອນລາຍ ຢູ່ເຂດເມືອງສອງຄອນ ສາມາດຢຶດໄດ້ລູກຂາແດງ 2 ໂຕ ມີເພດຜູ້ 1 ໂຕ, ລວມນໍ້າໜັກ 2 ກິໂລ ແລະ ລູກໂຕໂຄ່ງ 1 ໂຕ ເພດຜູ້ ນ້ຳໜັກ 1 ກິໂລ ສ່ວນຜູ້ຂາຍແມ່ນສາມາດເອົາຕົວຫລົບໜີໄປໄດ້.
ຈາກນັ້ນ ເຈົ້າໜ້າທີ່ຈຶ່ງສ້າງບົດບັນທຶກຢຶດ ສັດປ່າຈໍານວນ 3 ໂຕ ມາຮັກສາໄວ້ຢູ່ກອງກວດກາປ່າໄມ້ ແລະ ວັນທີ 30 ມິຖຸນາ 2025 ໄດ້ນຳເອົາ ໄປມອບໃຫ້ມູນນິທິ ອະນຸລັກສັດປ່າລາວ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ.

