ຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ວັນທີ 26 ມິຖຸນາ 2025 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ປະກອບມີ: ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ຢາເສບຕິດອື່ນໆ ຊຶ່ງຢາເສບຕິດທີ່ນຳມາຈູດທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດແລ້ວ ແລະ ໄດ້ດຳເນີນໄປໃນໂອກາດວັນສາກົນຕ້ານຢາເສບຕິດວັນທີ 26 ມິຖຸນາ ຄົບຮອບ 38 ປີ
ພິທີຈັດຂື້ນຢູ່ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ; ພ້ອມດ້ວຍຕາງໜ້າອົງການພຸດທະສາສະໜາສໍາພັນລາວ, ບັນດາການນຳພັກ-ລັດ, ທູດຕານຸທູດ, ຊາວໜຸ່ມ-ເຍົາວະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພົທ ຄຳກິ່ງຜຸຍຫຼ້າ ມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໃນ 1 ປີຜ່ານມາ ວ່າ: ສະພາບການແຜ່ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນວົງກວ້າງໃນທົ່ວທຸກມູມໂລກ ໄດ້ເພີ່ມທະວີຄວາມຮຸນແຮງເປັນອັນ ຕະລາຍ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນາທໍາ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດຢູ່ໃນໂລກ.

ສຳລັບປະເທດລາວເຮົາກໍແມ່ນປະເທດໜຶ່ງ ທີ່ພວມປະເຊີນໜ້າຕໍ່ກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ດ້ວຍເຫດນັ້ນ: ພັກ-ລັດຖະບານ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດທີ່ສຳຄັນ ໂດຍໄດ້ສົມທົບກັບຫຼາຍພາກສ່ວນ ພ້ອມທັງກຳນົດຫຼາຍມາດຕາການເພື່ອແກ້ໄຂບັນຫາດັ່ງກ່າວເຊັ່ນ:

ໄດ້ເອົາໃຈໃສ່ເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມ ເຜີຍແຜ່ກົດໝາຍ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະໂຫຍດ 58,185 ຄອບຄົວ, ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ໃນປີ 2024 ມີທັງໝົດ 8,476 ຄົນ ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນສູ້ຄອບຄົວ ມີ 5,427 ຄົນ ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3,049 ຄົນ ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3,222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2.,899ບ້ານ;ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 5,917 ແຫ່ງ; ສ້າງສຳນັກງານອົງການ,ກໍາລັງປະກອບອາວຸດ ປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ.

ໄດ້ມີການພົວພັນຮ່ວມມືກັບບັນດາປະເທດເພື່ອມິດ, ອົງການຈັດຕັ້ງສາກົນ, ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລື, ປ້ອງກັນເຮັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ. ໄປຄຽງຄູ່ກັນນັ້ນໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 4,158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ. ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆເປັນຈຳນວນຫຼວງຫຼາຍ.

ທີ່ມາ: ກົມສື່ມວນຊົນ ປກສ