ສະພາແຫ່ງຊາດພິຈາລະນາການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ປັບອັດຕາຫລຸດຜ່ອນ ຈາກ 13% ມາເປັນ 10%

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 24 ມິຖຸນາ 2025 ນີ້ວ່າ: ການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ເພື່ອແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ໃນໄລຍະຜ່ານມາ, ທັງເປັນການອັດຊ່ອງວ່າງການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ(ສອຈ) ໃຫ້ປະກົດຜົນເປັນຈິງ; ບາງເນື້ອໃນ ແລະ ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງທີ່ເປັນຊ່ອງວ່າງ ແນໃສ່ເຮັດໃຫ້ການເກັບອາກອນລາຍໄດ້ ສອດຄ່ອງກັບຫລັກການຂອງສາກົນ ແລະ ສາ ມາດຈັດເກັບລາຍຮັບ ໄດ້ທຸກທຸລະກໍາທີ່ເຄື່ອນໄຫວມີລາຍໄດ້ຢູ່ລາວ; ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ຈົດທະບຽນໃນຕະຫລາດຫລັກຊັບຫລາຍຂຶ້ນ ເຊິ່ງເປັນຊ່ອງທາງໜຶ່ງໃນການເຂົ້າເຖິງແຫລ່ງທຶນຈາກສັງ ຄົມ ໂດຍກໍານົດນະໂຍບາຍ ໃຫ້ປະຕິບັດອັດຕາອາກອນກໍາໄລ ໃນອັດຕາຫລຸດຜ່ອນ ຈາກ 13% ມາເປັນ 10% ແລະ ເພີ່ມເວລາປະຕິບັດອັດຕາອາກອນກຳໄລ ຈາກ 4 ປີ ມາເປັນ 10 ປີ; ເພື່ອຊຸກຍູ້ ແລະ ສົ່ງເສີມ ໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ຖືບັນຊີຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດ ເຂົ້າເຖິງແຫລ່ງທຶນຈາກສະຖາບັນການເງິນຕ່າງໆໄດ້, ການກໍານົດເກັບອາກອນຈາກແຫລ່ງລາຍຮັບໃໝ່ ເປັນຕົ້ນ ສິນເຊື່ອກາກບອນ, ເຄື່ອງປ່າຂອງດົງ ຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການກໍານົດບັນຊີເຄື່ອງປ່າຂອງດົງ I, II ແລະ III ສະບັບເລກທີ 0279/ກປ ເປັນຕົ້ນ ຄັ່ງ, ເຄືອແຫມ, ເຄືອຈານ, ຈັນແດງ, ຈັນໄດ, ຂີ້ຊີ, ຫວາຍທູນ ແລະ ອື່ນໆ ຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ. ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ປະກອບດ້ວຍ 9 ພາກ, 7 ໝວດ ແລະ 74 ມາດຕາ. ໃນນີ້, ປັບປຸງ 55 ມາດຕາ ກວມເກືອບ 80%, ຍົກເລີກ 2 ມາດຕາ ແລະ ຮັກສາເນື້ອໃນເກົ່າ 19 ມາດຕາ.
ພາຍຫລັງ ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈະເຮັດໃຫ້ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນລາຍໄດ້ ໄປໃນລວງດຽວກັບນະໂຍບາຍຂອງພັກ-ລັດຖະບານ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ມະຕິ04/ກມສພ, ກົດໝາຍການປົກຄອງທ້ອງຖິ່ນ ແລະ ນະໂຍບາຍຂອງລັດຖະບານ ທີ່ມີຕໍ່ຜູ້ອອກແຮງງານທີ່ມີລາຍຮັບຂັ້ນຕໍ່າ; ສ້າງຄວາມເຊື່ອໝັ້ນໃຫ້ກັບບັນດາບໍລິສັດ ໃນການຈັດຕັ້ງປະຕິບັດສອດຄ່ອງຕາມຫລັກການສາກົນກ່ຽວກັບການ ຈັດເກັບອາກອນລາຍໄດ້ ເປັນຕົ້ນ ການເກັບອາກອນກຳໄລຕໍ່າສຸດ ຈາກບັນດາບໍລິສັດຂ້າມຊາດ; ຮັບປະກັນການຄຸ້ມຄອງ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຈະແຈ້ງ, ຖືກຕ້ອງ, ຄົບຖ້ວນ, ໄດ້ໄວ, ໄດ້ລາຍຮັບເພີ່ມຂຶ້ນ, ທັນເວລາ ແລະ ສາມາດຕອບສະໜອງ ໄດ້ທາງດ້ານລາຍຈ່າຍງົບປະມານ; ເປັນການຊຸກຍູ້ສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ ເປັນຕົ້ນ ການຊຳລະສະສາງຄາສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດກວດສອບໄດ້; ເປັນການສົ່ງເສີມ ແລະ ກຳນົດນະໂຍບາຍດ້ານອາກອນກໍາໄລ ໃນຂະແໜງການທີ່ລັດຖະບານ ໄດ້ສົ່ງເສີມດ້ວຍການຫລຸດຜ່ອນອັດຕາອາກອນກຳໄລ ໃຫ້ບັນດາວິສາຫະກິດທີ່ຈົດທະບຽນໃນຕະຫລາດຫລັກຊັບ ແລະ ຈຸນລະວິສາຫະກິດ ຄາດວ່າຈະສາມາດເກັບລາຍຮັບໄດ້ເພີ່ມຂຶ້ນເທົ່າຕົວ ຈາກອາກອນມູນຄ່າເພີ່ມແທນອາກອນລາຍໄດ້ ທີ່ເຄີຍເກັບໄດ້ໃນໄລຍະຜ່ານມາ ປະມານ 1 ພັນຕື້ກີບ ເພີ່ມເປັນ 3 ພັນຕື້ກີບ ຕາມຂໍ້ມູນໃນປີ 2024; ບຸຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ຄຸ້ມຄອງວຽກງານການເກັບລາຍຮັບຈາກອາກອນລາຍໄດ້ ລວມທັງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ສູງຂຶ້ນ; ສາມາດຕິດຕາມກວດກາການຈັດຕັ້ງປະ ຕິບັດວຽກງານຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກອາກອນລາຍໄດ້ ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິ ທໍາ ແລະ ກວດສອບໄດ້.

