ກອງປະຊຸມລັດຖະບານປະຈຳເດືອນ ມິຖຸນາ 2025 ພິຈາລະນາແຜນກຽມຮັບມືໄພພິບັດ ແລະ ການສ້ອມແປງທາງ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມິຖຸນາ ປີ 2025 ໄດ້ໄຂຂຶ້ນໃນວັນທີ 24 ມິຖຸນາ 2025 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

  1. ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນມິຖຸນາ ແລະ ທິດທາງແຜນການ ປະຈຳເດືອນກໍລະກົດ ປີ 2025 ຂອງລັດຖະບານ
  2. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025
  3. ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ
  4. ແຜນການຮັບມືກັບໄພພິບັດ ໂດຍສະເພາະການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນ
    ນອກນີ້ຍັງໄດ້ພິຈາລະນາ
  • ຮ່າງດຳລັດ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ
  • ຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ
  • ຮ່າງດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ.

ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ໜ້າເປັນຫ່ວງກວ່າເກົ່າ ໂດຍສະເພາະ ຄວາມຂັດແຍ່ງທາງການທະຫານ ແລະ ການເມືອງ ຢູ່ບາງພາກພື້ນ ແລະ ປະເທດໃກ້ຄຽງ, ເຊິ່ງບັນຫາທັງໝົດນີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະສືບຕໍ່ມີຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ ເຊິ່ງອາດຈະເຮັດໃຫ້ລາຄາສິນຄ້າ ແລະ ລາຄານໍ້າມັນເຊື້ອໄຟເພີ່ມສູງຂຶ້ື້ນ. ສໍາລັບຢູ່ປະເທດລາວ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ເຊັ່ນດຽວກັນ. ພ້ອມກັນນັ້ນ, ຢູ່ພາຍໃນປະເທດ ກໍເກີດມີສະພາບຝົນຕົກໜັກ ຢູ່ຫຼາຍແຂວງ ເກີດມີສະພາບນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸ ເຮັດໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ. ສະນັ້ນ, ຕ້ອງໄດ້ພ້ອມກັນຄົ້ນຄວ້າບັນດາມາດຕະການ, ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວ ແຕ່ຫົວທີ ແລະ ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.